02/01/2011 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ຈັດໃຫ້ມີພິທີເຊັນສັນຍາ ພົວພັນຮ່ວມມື ທາງດ້ານວິຊາການ ແລະ ວັດທະນະທຳ ກັບ ວິທະຍາໄລຄູ ກວາງຈິ ສສຫວຽດນາມ |
ວັດຜົນ-ປະເມີນຜົນ![]() ເພື່ອປະຕິບັດຕາມແຜນການຮ່ວມມື ພົວພັນກັບສາກົນ ເພື່ອຈຸດປະສົງ ພັດທະນາການສຶກສາເວົ້າລວມ ເວົ້າສະເພາະ ການຮຽນ-ການສອນ ພາຍໃນ ວິທະຍາໄລຄູ ສະຫວັນນະເຂດ. ຈື່ງໄດ້ສືບຕໍ່ ປະຕິບັດສັນຍາ ໂດຍຈັດການທົບທວນຄືນ ຜົນງານ ການຮ່ວມມື ລະຫວ່າງ ວິທະຍາໄລຄູ ກວາງຈິ ສສຫວຽດນາມ ກັບວິທະຍາໄລຄູ ສະຫວັນນະເຂດ ໃນສົກຮຽນທີ່ຜ່ານມາ ແລະ ສືບຕໍ່ຫວ່າງແຜນການ, ເຊັນສັນຍາຮ່ວມມື ກັນກ່ຽວກັບການແລກປ່ຽນ ບົດຮຽນທາງວິຊາການ ແລະ ທາງດ້ານວັດທະນະທຳ ໃນສົກໃຫມ່ 2010-2011 ຂື້ນ. ໂດຍໃນພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນ ສຸກ ທີ 31/12/2010 ຜ່ານມານີ້ ມີຜູ້ເຂົ້າຮ່ວມເພື່ອເປັນ ສັກຂີພະຍານ ຫຼາຍສົມຄວນ, ທາງຝ່າຍລາວມີ ທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ພ້ອມດ້ວຍຮອງອຳນວຍການທັງ 3 ທ່ານ, ຄະນະຫ້ອງການຕ່າງໆ ພາຍໃນ ວິທະຍາໄລຄູ ສະຫວັນນະເຂດ. ທາງຝ່າຍຫວຽດນາມມີ ທ່ານ ນາງ ເລທິຊວນລຽນ ຜູ້ອຳນວຍການ ວິທະຍາໄລຄູ ກວາງຈິ ສສຫວຽດນາມ, ທ່ານ ຫົວໜ້າຫ້ອງການ ທຳມະຊາດ, ທ່ານ ຫົວໜ້າຫ້ອງການ ວິທະຍາສາດສັງຄົມ, ທ່ານ ຫົວໜ້າໜ່ວຍງານພົວພັນຕ່າງປະເທດ ແລະ ນັກສະແດງ ສີລະປະ ຈຳນວນໜື່ງ ແລະ ມີສັກຂີພະຍານ ກຽດຕິມະສັກ ຈາກກົງສູນຫວຽດນາມປະຈຳ ສະຫວັນນະເຂດ 1 ທ່ານ ແລະ ຈາກພະແນກພົວພັນ ຕ່າງປະເທດແຂວງ ສະຫວັນນະເຂດ 1 ທ່ານເຂົ້າຮ່ວມ |