22/01/2016 2:49:54 pm - ວິທະຍາໄລຄູສະຫວັນນະເຂດ ໄດ້ສໍາເລັດກອງປະຊຸມເຝິກອົບຮົມສຶກສາການສອນ (Lesson study) ໃຫ້ຄູປະຖົມໂຮງຮຽນເຄືອຄ່າຍ |
ພັດທະນາຄູ![]() ໃນວັນທີ 21/01/2016 ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມ ກອງປະຊຸມເຝິກອົບຮົມສຶກສາການສອນ (Lesson study) ໃຫ້ຄູປະຖົມໂຮງຮຽນເຄືອ ຄ່າຍ ເຊິ່ງຜູ້ເຂົ້າຮ່ວມມີທັງໝົດ 29 ທ່ານ, 25 ທ່ານ ໃນນັ້ນມີຄະນະຮັບຜິດຊອບກອງປະ ຊຸມ, ວິທະຍາກອນ ແລະ ສໍາມະນາກອນທີ່ມາຈາກ ໂຮງຮຽນເຄືອຄ່າຍ ຈໍານວນ 20 ທ່ານ, ຍິງ 18 ທ່ານ. ໂດຍການເປັນປະທານຂອງ ທ່ານ ທອງເຄນ ຄໍາສຸກຖາວົງ ຮອງຜູ້ອໍານວຍ ການຝ່າຍວິຊາການ. ການເຝິກອົບຮົມໃນຄັ້ງນີ້ໄດ້ດໍາເນີນຢູ່ 2 ວັນ ເລີ່ມແຕ່ວັນທີ 21-22/01/2016. ໃນກອງປະຊຸມດັ່ງກ່າວສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການສຶກສາການສອນໂດຍເນັ້ນ ໃຫ້ມີການຮຽນຮູ້ຮ່ວມກັນຂອງຄູພາຍໃນວິທະຍາໄລຄູສະຫວັນນະເຂດ ແລະ ຄູໂຮງຮຽນ ເຄືອຄ່າຍ ພາຍຫຼັງທີ່ເຝິກອົບຮົມແລ້ວໄດ້ມີການສ້າງແຜນລົງປະເມີນຕິດຕາມການປະຕິບັດ ແຜນໃນແຕ່ລະໂຮງຮຽນເຄືອຄ່າຍ. |