07/01/2016 3:46:10 pm - ວິທະຍາໄລຄູສະຫວັນນະເຂດ ສຳເລັດ ກອງປະຊຸມ ຄົ້ນຄວ້າ - ປັບປຸງ ວິໄສທັດ ຂອງສະຖາບັນ. |
ວັດຜົນ-ປະເມີນຜົນ![]() ວິທະຍາໄລຄູສະຫວັນນະເຂດໄດ້ ໄດ້ສຳເລັດກອງປະຊຸມ ຄົ້ນຄວ້າ - ປັບປຸງ ວິໄສທັດ ຂອງສະຖາບັນ ໃນວັນທີ 6 ມັງກອນ 2016 ທີ່ຫ້ອງປະຊຸມຊັ້ນ 2 ໂດຍການເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ເລຂາພັກຮາກຖານວິທະຍາໄລຄູສະຫວັນນະເຂດ ພ້ອມ ດ້ວຍຄະນະ, ມີບັນດາຫົວໜ້າຫ້ອງການ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ ໂດຍການນຳພາຄົ້ນຄວ້າຂອງທ່ານ ບໍລົມ ເກດຕະວົງ ຫົວໜ້າຫ້ອງການວັດຜົນ - ປະເມີນຜົນ. ກອງປະຊຸມໄດ້ປຶກສາຫາລື, ມີການປະກອບຄຳຄິດຄຳເຫັນຢ່າງສ້າງສັນ ຈົນສາມາດເປັນເອກະພາບໃນການເລືອກເອົາວິໄສທັດຂອງ ວຄສ ຄື: ວິຊາການນຳໜ້າ ພັດທະນາຄູໃຫ້ມີຄຸນນະພາບ ແລະ ຈັນຍາບັນ ມຸ່ງໝັ້ນການວິໄຈ ຮັກສາໄວ້ວັດທະນະທຳຂອງຊາດ ສາມາດເຊື່ອມໂຍງໄດ້ກັບສາກົນ. ຕໍ່ກັບຜົນສຳເລັດດັ່ງກ່າວຖືວ່າເປັນອີກຂີດໝາຍໜຶ່ງ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ສອດຄ່ອງກັບຈຸດປະສົງທີ່ວາງໄວ້. |