30/12/2015 2:28:29 pm - ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູ ກວາງຈິ ສສ ຫວຽດນາມ ເຊັນສັນຍາຮ່ວມມືທາງດ້ານວິຊາການປະຈຳປີ 2016 |
ວັດຜົນ-ປະເມີນຜົນ![]() ເວລາ 8:30 ນາທີ ທີ່ວິທະຍາໄລຄູສະຫວັນນະເຂດ ໄດ້ມີການເປີດກອງປະຊຸມ ເຊັນສັນຍາຮ່ວມມືທາງດ້ານວິຊາການປະຈຳປີ 2016 ກັບວິທະຍາໄລຄູ ກວງຈິ ສສ ຫວຽດນາມ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ສປປ ລາວ ແລະ ທ່ານ ນາງ ເລທິເຮືອງ ຜູ້ອຳນວຍການ ວິທະຍາໄລຄູ ກວງຈິ ສສ ຫວຽດນາມ ພ້ອມດ້ວຍ ທ່ານ ທອງເຄນ ຄຳສຸກຖາວົງ ຮອງຜູ້ອຳນວຍການຝ່າຍວິຊາການ, ຫົວໜ້າຫ້ອງການ ທັງສິບຫ້ອງການກໍເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວໄດ້ທົບທວນຜົນສຳເລັດໃນການຮ່ວມມືດ້ານວິຊາການໃນສົກປີທີ່ຜ່ານມາ ແລະ ປຶກສາຫາລືໃນວຽກງານທີ່ຈະປະຕິບັດຮ່ວມກັນໃນປີ 2016 ສອງສະຖາບັນໄດ້ເຊັນສັນຍາຮ່ວມກັນມີ 4 ວຽກຄື: 1. ວິທະຍາໄລຄູ ກວາງຈິຈະສຶບຕໍ່ກໍ່ສ້າງນັກສຶກສາພາສາຫວຽດນາມໃນລະດັບອະນຸປະລິນຍາ(ປີທີ 3) ຂອງວິທະຍາໄລຄູ ສະຫວັນນະເຂດ ຈໍານວນ 10 ຄົນ. ໂດຍແມ່ນວິທະຍາໄລຄູ ສະຫວັນນະເຂດ ເປັນຝ່າຍຂັດເລືອກ. 2. ວິທະຍາໄລຄູ ກວາງຈິ ສສ ຫວຽດນາມ ເປັນເຈົ້າການໃນການຈັດຕັ້ງການລົງເຝິກຫັດວິຊາຊີບຂອງນັກສຶກສາພາສາຫວຽດນາມຈາກວິທະຍາໄລຄູ ສະຫວັນນະເຂດ ຈໍານວນ 34 ຄົນ, ໃນໄລຍະເວລາ 1,5 ເດືອນ(ເລີ່ມແຕ່ວັນທີ 29/2-8/4/2016) ທີ່ ວິທະຍາໄລຄູ ກວາງຈິ. 3. ວິທະຍາໄລຄູ ກວາງຈິ ຈະສົ່ງຄູ-ອາຈານ ຈຳນວນ 2 ທ່ານມາເຝິກອົບຮົມໃຫ້ພະນັກງານ, ຄູ-ອາຈານວິທະຍາໄລຄູສະຫວັນນະເຂດ ກ່ຽວກັບການນໍາໃຊ້ເທັກໂນໂລຍີຂໍ້ມູນ-ຂ່າວສານ(ICT) ເຂົ້າໃນການ ບໍລິຫານ ແລະ ການຈັດການຮຽນ-ການສອນ ໃນທ້າຍເດືອນ 3 / 2016. 4. ທັງສອງໂຮງຮຽນຕົກລົງເຂົ້າຮ່ວມໂຄງການພັດທະນາການສຶກສາສູ່ເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ ເຊິ່ງລັດຖະບານຟິນແລນເປັນຜູ້ສະໜັບສະໜູນທາງດ້ານງົບປະມານ. ສຸດທ້າຍ ທັງສອງຝ່າຍໄດ້ກ່າວອວຍພອນເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດປີໃໝ່ສາກົນທີ່ໃກ້ຈະມາເຖິງ ພ້ອມທັງອວຍພອນໃຫ້ສາຍສຳພັນລະຫວ່າງ ສອງວິທະຍາໄລຄູ ກໍຄືສາຍສຳພັນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ເຫິງນານຈົ່ງນັບມື້ໜັກແໜ້ນ ແລະ ຫອມຫວນງົດງາມ ຕະຫຼອດໄປ. |