30/12/2015 2:27:28 pm - ວິທະຍາໄລຄູສະຫວັນນະເຂດ ເປີດກອງປະຊຸມສະພາວິຊາການ ປະຈຳພາກຮຽນ I ສົກຮຽນ 2015 - 2016 |
ວັດຜົນ-ປະເມີນຜົນ![]() ໃນວັນທີ 28 ທັນວາ 2015 ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດໄດ້ຈັດກອງປະຊຸມ ສະພາວິຊາການຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ເລຂາພັກ ຮາກຖານ ທັງເປັນຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ບັນດາຄະນະຫ້ອງການ, ຄະນະໜ່ວຍງານ, ພະນັງງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ທົບທວນຄືນລະບຽບວິຊາການທີ່ກ່ຽວຂ້ອງກັບການສອບເສັງ, ການລົງເຝິກຫັດວິຊາຊີບ ແລະ ໄດ້ຄົ້ນຄວ້າກ່ຽວກັບ ນັກສຶກສາທີ່ບໍ່ມີເງື່ອນໄຂໃນການສອບເສັງ. ກອງປະຊຸມໄດ້ເປັນເອກະພາບໃນການປະຕິບັດລະບຽບກ່ຽວກັບນັກຮຽນຈຳນວນໜ້ອຍ ໜຶ່ງທີ່ບໍມີສິດສອບເສັງໃນບາງວິຊາ, ຄ້າງຫ້ອງ ແລະ ໝົດສະຖານະພາບຄວາມເປັນນັກສຶກສາ. ທັງນີ້ກໍເພື່ອເປັນການປະຕິບັດຕາມແຜນ ການດຳເນີນວຽກງານວິຊາການ ແລະ ຮັກສາໄວ້ເຊິ່ງລະບຽບ ຫຼັກການ ຂອງວິຊາການ. ພ້ອມນີ້ກໍຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບແຜນ ການປະຕິບັດວຽກງານສົ່ງເສີມວິຊາການພາກຮຽນທີ II ໂດຍຫຍໍ້ຈາກທ່ານຫົວໜ້າຫ້ອງການສົ່ງເສີມວິຊາການ. ໃນຕອນທ້າຍ ທ່ານຜູ້ອຳນວຍການກໍໄດ້ມີຄຳເຫັນ ແລະ ໄດ້ເນັ້ນໜັກບາງບັນຫາທີ່ສຳຄັນຄື: 1. ຄູທຸກຄົນ ຕ້ອງເອົາໃຈໃສ່ໃນການປະຕິບັດລະບຽບຂອງການຮຽນ - ການສອນ ຢ່າງເຄັ່ງຄັດ. 2. ການຂຶ້ນຫ້ອງສອນຂອງຄູຕ້ອງໃຫ້ກົງຕໍ່ເວລາ ແລະ ເຕັມເວລາ ຢ່າງແທ້ຈິງ. 3. ຄູທຸກຄົນຕ້ອງມີຫົວຄິດປະດິດສ້າງໃນການປະຕິບັດວຽກງານວິຊາການເພື່ອໃຫ້ໄດ້ຮັບໝາກຜົນອັນຈົບງາມ. ພິທີດັ່ງກ່າວໄດ້ປິດລົງຢ່າງເປັນທາງການໃນເວລາ 16:00 ນາທີ ຂອງວັນນັ້ນເອງ. ລາຍງານໂດຍ: ຫ້ອງການ ວັດຜົນ-ປະເມີນຜົນ |