25/12/2015 3:05:44 pm - ສະຫະພັນແມ່ຍິງ ວຄສ ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VII ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດຄັ້ງທີ IX |
ວັດຜົນ-ປະເມີນຜົນ![]() ເວລາ 13:30 ນາທີ , ວັນທີ 24 ທັນວາ 2015 ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຜີຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດຄັ້ງທີ IX ໂດຍການເປັນປະທານຂອງທ່ານ ນາງ ໃສຊົມຊື່ນ ໂພທິສານ ປະທານສະຫະພັນແມ່ຍິງ ທັງເປັນຮອງຜູ້ອຳນວຍ ວິທະຍາໄລຄູສະຫວັນນະເຂດ, ເປັນກຽດໃນພິທີ ມີທັງທ່ານ ທອງເຄນ ຄຳສຸກຖາວົງ ປະທານສະຫະພັນກຳມະບານ ແລະ ທ່ານ ວັນນະກອນ ຄຳສຸກຖາວົງ ຄະນະບໍລິຫານງານຊາວໜຸ່ມ ວຄສ ພ້ອມດ້ວຍຄະນະສະຫະພັນແມ່ຍິງ ແລະ ຄູ - ອາຈານ ຍິງ ທັງໝົດໃນວິທະຍາໄລຄູສະຫວັນນະເຂດກໍເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານຕ່າງໆຈາກທ່ານ ນາງ ໃສຊົມຊື່ນ ໂພທິສານ, ໃນນັ້ນ ປະກອບມີ: 1. ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ. 2. ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງສະຫວັນນະເຂດ 3. ມະຕິຕົກລົງຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງສະຫວັນນະເຂດວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານຂອງສະຫະພັນ ແມ່ຍິງແຂວງສະໄໝທີ IX. ຫຼັງຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມອັນອົບອຸ່ນ ຈາກທ່ານ ນາງ ໃສຊົມຊື່ນ ໂພທິສານ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ອົບອຸ່ນຈິດໃຈເອື້ອຍນ້ອງຍິງ ໃນທ່າມກາງ ສະພາບສັງຄົມທີ່ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້ທ່ານໄດ້ຊີ້ທິດເຍືອງທາງໃນຫຼາຍບັນຫາເປັນຕົ້ນແມ່ນ: 1. ເອື້ອຍນ້ອງຍິງຕ້ອຢຶດໝັ້ນໃນຄວາມມີເຫດຜົນ, ອົດທົນ, ໜັກແໜ້ນ, ເປັນບຸກຄົນທີ່ມີຈິດໃຈບໍລິສຸດ ຊື່ສັດ ແລະ ດູແລຄອບຄົວເຕັມຄວາມສາມາດ. 2. ຕ້ອງເອົາໃຈໃສ່ຮັກສາກົດລະບຽບ ທັງຮີດຄອງປະເພນີ ແລະ ເປັນແບບຢ່າງອັນດີໃຫ້ແກ່ນັກສຶກສາ 3. ເຝິກຝົນຕົນເອງໃຫ້ເປັນຜູ້ກ້າຕັດສິນໃຈ, ຮອບຄອບ, ຈິງໃຈ ແລະ ຍອມຮັບໃນການຕໍານິ - ກໍ່ສ້າງ ຄຽງຄູ່ກັບການເຝິກຕົນເອງໃຫ້ກາຍເປັນແບບຢ່າງໃນການນໍາພາໃນທຸກດ້ານ. ເຊິ່ງບັນຫາດັ່ງກ່າວນັ້ນລ້ວນແຕ່ແມ່ນບົດຮຽນອັນລໍ້າຄ່າ ແລະ ແສງສະຫວ່າງອັນໃສແຈ້ງ ທີ່ຈະນໍາພາເອື້ອຍນ້ອງຍິງກ້າວໄປສູ່ຄວາມສໍາເລັດ ແລະ ມີບົດບາດທາງສັງຄົມ ເທົ່າທຽມກັບ ອ້າຍນ້ອງຊາຍ ໃຫ້ສົມກັບຄຳຂວັນ 3 ດີ ຂອງແມ່ຍິງລາວຢ່າງແທ້ຈິງ. ພິທີດັ່ງກ່າວໄດ້ຈົບລົງດ້ວຍຜົນສຳເລັດ ແລະ ບັນຍາກາດອັນອົບອຸ່ນໃນເວລາ 15:30 ນາທີຂອງວັນນັ້ນເອງ. ລາຍງານໂດຍ: ຫ້ອງການວັດຜົນ - ປະເມີນຜົນ. |