14/12/2010 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ເປີດບັ້ນຮຽນການເມືອງໃຫ້ກັບສະມາຊິກພັກ ພາຍໃນສະຖາບັນ |
ວັດຜົນ-ປະເມີນຜົນ![]() ໃນຕອນບ່າຍຂອງວັນທີ 7-9/12/2010 ທີ່ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີການສຶກສາອົບຮົມ ການເມືອງແນວຄິດ ໃຫ້ກັບສະມາຊິກພັກ ສົມບູນ, ສຳຮອງ ແລະ ມະຫາຊົນກ່າວໜ້າ ຈຳນວນໜື່ງ ໃນມື້ທຳອິດ ໂດຍການເປັນປະທານຂອງທ່ານ ບຸນຊູ ສຸລິເດດ ຮອງເລຂາພັກຮາກຖານ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະ, ເລຂາໜ່ວຍພັກທັງ 6 ໜ່ວຍ, ຫົວໜ້າຈຸ ແລະ ສະມາຊິກພັກສົມບູນ, ສຳຮອງ ຫຼາຍກວ່າ 76 ສະຫາຍ. ໂດຍໄດ້ຜ່ານເອກະສານຢູ່ 4 ສະບັບຄື: ການນຳພາ ແລະ ການຄຸ້ມຄອງຈັດຕັ້ງປະຕິບັດມະຕິ VIII ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ່ 6, ປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສີນທຳປະຕິວັດ, ປັບປຸງແບບແຜນການນຳພາຂອງພັກ, ກົນອຸບາຍ-ຍຸດທະສາດ ການຫັນປ່ຽນ ໂດຍສັນຕິ ຂອງອິດທິກຳລັງ ຈັກກະພັດ. ໂດຍຜ່ານການສຶກສາຄົ້ນຄວ້າເປັນເວລາ 3 ວັນພົມວ່າບັນດາສະຫາຍ ສະມາຊິກພັກແມ່ນ ມີຄວາມເຂົ້າໃຈ ແລະ ຊາບຊື່ມໂດຍສະແດງອອກໃນການ ສົນທະນາແລກປ່ຽນຄວາມຄິດ ຄວາມເຫັນໃນກອງປະຊຸມ. |