25/12/2015 11:23:35 am - ຫ້ອງການ ວິທະຍາສາດສັງຄົມ ຈັດກິດຈະກຳສົ່ງເສີມວິຊາການ “ຖາມ - ຕອບ ບັນຫາວິທະຍາສາດ” |
ວັດຜົນ-ປະເມີນຜົນ![]() ເພື່ອປະຕິບັດຕາມ ແຜນການສົ່ງເສີມວິຊາການ ຂອງວິທະຍາໄລຄູສະຫວັນນະເຂດ, ຫ້ອງການວິທະຍາສາດສັງຄົມ ໄດ້ຈັດກິດຈະກຳ “ຖາມ - ຕອບ ບັນຫາວິທະຍາສາດ” ໃນວັນທີ 22 ທັນວາ 2015 ທີ່ສະໂມສອນຫຼັງໃໝ່ ວິທະຍາໄລຄູສະຫວັນນະເຂດ ໂດຍ ການເປັນປະທານຂອງທ່ານ ທອງເຄນ ຄຳສຸກຖາວົງ ຮອງຜູ້ອຳນວຍການຝ່າຍ ສົ່ງເສີມວິ ຊາການ ແລະ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຈັນສຸດາ ຈັນທິວົງ ຫົວໜ້າຫ້ອງການວິ ທະຍາສາດສັງຄົມ ພ້ອມຄະນະ, ບັນດາຄະນະຫ້ອງການ 10 ຫ້ອງການພາຍໃນ ວຄສ, ຄູ - ອາຈານ ແລະ ນັກສຶກສາ ທັງໝົດພາຍໃນສາຍ. ພິທີດັ່ງກ່າວໄດ້ແຂ່ງຂັນກັນ 2 ສາຍ, ມີ 2 ຮອບຄື: ຮອບທີ 1 ແມ່ນຄັດເອົາ 1 ທີມ ທີ່ຊະນະຈາກສາຍພູມສາດ, ໂດຍໃນຮອບນີ້ແມ່ນແຂ່ງຂັນວິຊາສະເພາະ ແລະ ເລືອກ 1 ທີມຈາກສາຍ ພາສາລາວ - ວັນນະຄະດີ, ຮອບທີ 2 ແມ່ນຊີງຊະນະເລີດຈາກທີມທີ່ຄັດ ມາ ໂດຍໃຊ້ຄຳຖາມພາກຄວາມຮູ້ທົ່ວໄປ. ກິດຈະກຳດັ່ງກ່າວ ແມ່ນອີກຂີດໝາຍໜຶ່ງທີ່ສະແດງໃຫ້ເປັນເຖິງ ບົດບາດຄວາມ ສຳຄັນຂອງວຽກງານວິຊາສະເພາະ, ເປັນກິດຈະກຳທີ່ສົ່ງເສີມໃຫ້ນັກສຶກສາມີຄວາມກະຕື ລືລົ້ນໃນການຊອກຮູ້ຮ່ຳຮຽນ ແລະ ກ້າສະແດງອອກໃນຄວາມສາມາດທີ່ບົ່ມຊ້ອນ ເຮັດ ໃຫ້ນັກສຶກສາ ສາມາດເກັບກ່ຽວປະສົບການ, ແບບແຜນ ໃນການຈັດຕັ້ງ-ນຳພາ ປະຕິບັດ ວຽກງານຕ່າງໆເພື່ອນຳໄປໃຊ້ ແລະ ຜັນຂະຫຍາຍເຂົ້າໃນວຽກງານ ເມື່ອເວລາໄປເຮັດວຽກ ຕົວຈິງ. ກິດຈະກຳດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍຂອງວັນນັ້ນເອງ. ລາຍງານໂດຍ: ຫ້ອງການວັດຜົນ - ປະເມີນຜົນ |