ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



16/12/2015 2:08:58 pm - ກອງປະຊຸມ ເຊື່ອມຊຶມ ມະຕິ 8 ຂອງອົງຄະນະພັກແຂວງ ສະຫວັນນະເຂດ ທີ່ ວິທະຍາໄລຄູສະຫວັນນະເຂດ
ວັດຜົນ-ປະເມີນຜົນ


ເວລາ 8:00 ນາທີ ຂອງວັນທີ 15/ 12/ 2015 ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດຕັ້ງ
ກອງປະຊຸມເຜີຍແຜ່ມະຕິ 8 ຂອງອົງຄະນະພັກແຂວງໃຫ້ແກ່ພະນັກງານ ຄູ-ອາຈານ ພາຍ
ໃນວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຂອງ ສະຫາຍ ລັດສະໝີ ພະໄຊສີ
ເລຂາພັກ ຮາກຖານວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ, ມີບັນດາສະຫາຍສະມາຊິກ
ພັກທັງສົມບູນ ແລະ ສຳຮອງ ພ້ອມດ້ວຍຄູ- ອາຈານ ພະນັກງານເຂົ້າຮ່ວມຢ່າງຖ້ວນໜ້າ,
ກອງປະຊຸມດັ່ງກ່າວໄດ້ຮັບຟັງການເຜີຍແຜ່ ມະຕິ 8 ຂອງອົງຄະນະພັກແຂວງ, ໂດຍ
ສະຫາຍ ລັດສະໝີ ພະໄຊສີ ເລຂາພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ ເປັນຜູ້ເຜີຍແຜ່
ນອກນັ້ນຍັງໄດ້ ຮັບຟັງການນຳສະເໜີ ວິທີການນຳເອົາເນື້ອໃນຂອງມະຕິ 8 ໄປຈັດຕັ້ງປະຕິບັດໃນ
ວຽກງານຕົວຈິງຂອງ 10 ຫ້ອງການພາຍໃນ ວຄສ ແລະ ພິເສດໄປກວ່ານັ້ນບັນດາການນຳໃນ 10 ຫ້ອງ
ການຂອງ ວຄສ ຍັງໄດ້ຈັບມືແຂ່ງຂັນກັນໃນການຈັດຕັ້ງປະຕິບັດ 6 ເນື້ອໃນຂໍ້ແຂ່ງຂັນຄື:
1. ສືບຕໍ່ເອົາໃຈໃສ່ຢ່າງໜັກແໜ້ນໃນການປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ
ແລະ ກິລາ ທີ່ວາງອອກໃຫ້ປະກົດຜົນເປັນຈິງຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້
ທໍ້, ສ້າງສະພາບແວດລ້ອມທີ່ດີ.
2. ເອົາໃຈໃສ່ປະຕິບັດ ຖະນຸບຳລຸງ ແລະ ເສີມຂະຫຍາຍຈັນຍາບັນຄູໃຫ້ມີຜົນສຳເລັດ ແລະ ຍືນຍົງ
3. ຊຸກຍູ້ໃຫ້ອາຈານ, ພະນັກງານ ແລະ ນັກສຶກສາ ພັດທະນາຕົນເອງ ໃຫ້ເປັນຄົນມີຄຸນສົມ
ບັດ, ມີລະບຽບວິໄນ ແລະ ມີຄຸນນະພາບ.
4. ພ້ອມພຽງກັນພັດທະນາໜ້າທີ່ວິຊາສະເພາະ ແລະ ຍົກລະດັບວິຊາສະເພາະຂອງຕົນຢ່າງຕໍ່ເນື່ອງ
ແລະ ສູງຂຶ້ນ ໃຫ້ມີຄວາມສຳເລັດ ແລະ ຄວາມກ້າວໜ້າ.
5. ເອົາໃຈໃສ່ຊຸກຍູ້ໃຫ້ມີການເຄື່ອນໄຫວນອກຫຼັກສູດຕ່າງໆໂດຍຖືເອົາກຳລັງແຮງຂອງອົງການຈັດຕັ້ງ
ມະຫາຊົນຢ່າງເປັນຂະບວນຟົດຟື້ນແບບມີຫົວຄິດປະດິດສ້າງ.
6. ພັດທະນາສິ່ງແວດລ້ອມຂອງຫ້ອງການໃຫ້ມີຄວາມສະອາດ ແລະ ສວຍງາມໃຫ້ຄືຄໍາຂວັນ
ທີ່ວ່າ: “ວິທະຍາໄລຄູສະຫວັນນະເຂດ ແມ່ນວິທະຍາໄລຄູຂອງພວກເຮົາ”.

ແລະ ກອງປະຊຸມດັ່ງກ່າວໄດ້ອັດລົງດ້ວຍຜົນສຳເລັດໃນເວລາ 16:20 ນາທີ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ