04/12/2015 9:47:40 am - ວິທະຍາໄລຄູສະຫວັນນະເຂດ ເປີດກອງປະຊຸມເຝິກອົບຮົມການວິໄຈ ປະຈໍາສົກຮຽນ 2015 - 2016 |
ພັດທະນາຄູ![]() ໃນເວລາ 08 ໂມງ 35 ນາທີ ຂອງວັນຈັນ ວັນທີ 30/11/2015 ຫ້ອງການພັດທະນາຄູ ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມ ການດຳເນີນວຽກງານວິໄຈ ໃນ ວຄສ, ໂດຍການເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຜູ້ອໍານວຍການຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ ແລະ ມີບັນດາຄະນະຮັບຜິດຊອບກອງປະຊຸມ, ວິທະຍາກອນ ແລະ ສໍາມະນາກອນທີ່ມາຈາກ 10 ຫ້ອງການພາຍໃນ ວຄສ ຈໍານວນທັງໝົດ 40 ທ່ານ, ຍິງ 25 ທ່ານ. ການເຝິກອົບຮົມໃນຄັ້ງນີ້ໄດ້ດໍາເນີນຢູ່ 2 ວັນ ເລີ່ມແຕ່ວັນທີ 30/11-01/12/2015. ໃນກອງ ປະຊຸມດັ່ງກ່າວສໍາມະນາກອນໄດ້ທົບທວນກ່ຽວກັບເນື້ອໃນ ແລະ ວິທີປະຕິບັດການວິໄຈໃນຊັ້ນຮຽນ (Acton Research) ໂດຍເນັ້ນໃສ່ທັກສະພື້ນຖານຄື: ຮອບວຽນການວິໄຈ, ການສ້າງເຄື່ອງມືໃນການເກັບກຳຂໍ້ມູນ, ທິດສະດີ ແລະ ເອກະສານທີ່ກ່ຽວຂ້ອງ, ການວິເຄາະຂໍ້ມູນ ແລະ ໂຄງປະກອບຂອງບົດລາຍງານການວິໄຈພາກປະຕິບັດ. |