05/10/2015 1:07:58 pm - ພິທີປະກາດການຈັດຕັ້ງສະຫະພັນແມ່ຍິງແຂວງສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ພິທີປະກາດການຈັດຕັ້ງສະຫະພັນແມ່ຍິງແຂວງສະຫວັນນະເຂດ ຊຸດທີ IX ຄັ້ງວັນທີ 15-16 ກັນຍາ 2015 ໃນຕອນເຊົ້າຂອງວັນທີ 9 ກັນຍາ 2015 ສະຫະພັນແມ່ຍິງແຂວງສະຫວັນນະເຂດ ໄດ້ປະກາດການຈັດຕັ້ງຂອງສະຫະພັນແມ່ຍິງແຂວງຂຶ້ນ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍແມ່ນ ທ່ານ ຫວັນຄຳ ອິນທິຈັກ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີບັນດາທ່ານໃນຄະນະກຳມະການພັກແຂວງ, ຄະນະສະຫະພັນແມ່ຍິງແຂວງ ພ້ອມດ້ວຍຜູ້ແທນແມ່ຍິງຈາກ 15 ຕົວເມືອງເຂົ້າຮ່ວມ 400 ກວ່າທ່ານ. ໃນພິທີຄັ້ງນີ້,ທ່ານ ໂອລີວັນ ຈະເລີນວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ.ໃນນີ້ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການແຕ່ງຕັ້ງ ປະທານຄະນະບໍຫານງານສະຫະພັນແມ່ຍິງແຂວງສະຫວັນນະເຂດ ສະບັບເລກທີ 520/ສສຍລ, ລົງວັນທີ 8 ກັນຍາ 2015. ໃນນີ້, ປະທານສູນກາງສະຫະພັນແມ່ຍິງລາວເຫັນດີຕົກລົງ ແຕ່ຕັ້ງທ່ານ ນາງ ສີສະຫວັດ ໂຄດທະວົງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງໄຊບູລີ ເປັນປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ. ແລະໃນກອງປະຊຸມການຈັດຕັ້ງສະຫະພັນແມ່ຍິງແຂວງສະຫວັນນະເຂດ ຄັ້ງວັນທີ 15-16 ກັນຍາ 2015 ນີ້ໃນບັນດາລາຍຊື່ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄັ້ງນີ້ກໍ່ມີຕົວແທນຈາກວິທະຍາໄລຄູສະຫວັນນະເຂດ 01 ທ່ານ ມີຊື່ຕິດໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄັ້ງນີ້ ນັ້ນກໍ່ແມ່ນ ສະຫາຍ ໃສຊົມຊື່ນ ໂພທິສານ ຮອງເລຂາພັກຮາກຖານ ປະທານ ສະຫະພັນແມ່ຍິງ ວິທະຍາໄລຄູ ສະຫວັນນະເຂດ ທັງເປັນຮອງຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ. ຈາກຜົນດັ່ງກ່າວຖືວ່າເປັນຜົນງານທີ່ໜ້າຊົມເຊີຍ ແລະ ທັງເປັນໜ້າເປັນຕາໃຫ້ວິທະຍາໄລຄູສະຫວັນນະເຂດ ເພື່ອຊີ້ນຳວຽກງານສະຫະພັນແມ່ຍິງໃຫ້ມີຄວາມກ້າວໜ້າ ແລະເປັນແບບຢ່າງທີ່ດີພາຍໃນແຂວງສະຫວັນນະເຂດເຮົາ. ລາຍງານໂດຍ: ອະນຸໄຊ ສຸຂະລາດ |