02/10/2015 9:16:44 am - ພວກເຮົາຄືແຊ້ມ |
ວັດຜົນ-ປະເມີນຜົນ![]() ໃນວັນທີ 30 ກັນຍາ 2015 ທີ່ຜ່ານມາ ໄດ້ມີການຈັດການແຂ່ງຂັນກິລາບານເຕະຊິງຖ້ວຍລາງວັນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ທັງທີມຄູ-ອາຈານຍິງ ແລະ ທີມຄູ-ອາຈານຊາຍ ເພື່ອຕ້ອນຮັບວັນຄູແຫ່ງຊາດຄົບຮອບ 21 ປີທີ່ຈະມາເຖິງໃນໃກ້ໆນີ້ ໃນການແຂ່ງຂັນໃນວັນນີ້ເປັນການຊິງແຊ້ມກັນ ລະຫວ່າງ ທີມຄູ-ອາຈານຍິງຈາກ ວິທະຍາໄລຄູ ສະຫວັນນະເຂດ (ວຄສ) ພົບກັບ ທີມປະສົມຄູອາຈານຈາກ ມສ ອຸດົມວິໄລ + ມສ ໂພນສະຫວັນ + ມສ ສະຫວັນ ຕະຫຼອດໄລຍະການແຂ່ງຂັນເຕັມໄປດ້ວຍຄວາມມ່ວນຊື່ນ ສາມັກຄີ ປ່ຽນກັນບຸກ ຫຼັງຈາກຫຼິ້ນໄປໄດ້ 20 ນາທີ ນັກກິລາ ຈາກທີມ ວຄສ ກໍ່ສາມາດຍິງປະຕູຄູຕໍ່ສູ້ໄດ້ສຳເລັດ ໝົດເວລາ 60 ນາທີ ຕ່າງຝ່າຍກໍ່ບໍ່ສາມາດຍິງປະຕູກັນໄດ້ອີກ ຄົບ 90 ນາທີ ເຮັດໃຫ້ ທີມ ຄູ-ອາຈານ ຈາກ ວຄສ ສະມາດຍາດເອົາແຊ້ມມາຄອບຄອງໄດ້ເປັນປີທຳອິດໄດ້ສຳເລັດ ຕໍ່ມາໃນເວລາ 15 ໂມງ 30 ນາທີ ກໍ່ເປັນການແຂ່ງຂັນກັນລະຫວ່າງທີມຄູ-ອາຈານຊາຍ ຈາກ ມສ ໂພນສະຫວັນ ດີກຣີແຊ້ມເກົ່າ ພົບກັບ ທີມຈາກ ວຄສ ການແຂ່ງຂັນຄັ້ງນີ້ ມີຄວາມສຳຄັນຫຼາຍເພາະເປັນການປ້ອງກັນແຊ້ມຂອງທີມ ມສ ໂພນສະຫວັນ. ຫຼັງຈາກເປີດການແຂ່ງຂັນໄປໄດ້ 5 ນາທີມ ກັບຕັນທີມ ວຄສ ກໍ່ມົ່ງບານສິວເສົາປະຕູຄູ່ຕໍ່ສູ້ໄປຢ່າງໜ້າເສຍດາຍ ຕໍ່ມາຕ່າງຝ່າຍກໍ່ປ່ຽນກັນບຸກກັນຢ່າງໜັກ ແລ້ວກໍ່ເປັນໂອກາດຂອງທີມ ວຄສ ທີ່ມີດີກວ່າໃນເຄິ່ງທີໜຶ່ງ ເຮັດໃຫ້ ທີມ ວຄສ ນຳຂຶ້ນກ່ອນ 1 ປະຕຸ ຈາກໝາຍເລກ 16 (ອາຈານ ສຸດສາຄອນ ໄຊສິດທິເດດ) ກ່ອນໝົດເວລາເຄິ່ງທຳອິດ. ຫຼັງຈາກກັບເຂົ້າມາໃນເວລາເຄິ່ງຫຼັງ ທີມ ມສໂພນສະຫວັນ ແຊ້ມເກົ່າ ກໍ່ໄດ້ມີການປັບແກ້ເກມມາຢ່າງດີ ເຮັດໃຫ້ໄດ້ມີໂອກາດເຕະຟີຄິກນອກເຂດໂທດຮອດ 2 ຄັ້ງຕໍ່ເນື່ອງກັນ ແຕ່ກໍ່ຖືກປະຕິເສດຈາກຜູ້ຮັກສາປະຕຸຂອງທີມ ວຄສ ທັງ 2 ຄັ້ງ. ເມື່ອບຸກແນວໃດກໍ່ບໍ່ສາມາດກົດດັນທີມ ວຄສ ໄດ້ແລ້ວ ກໍ່ເປັນໂອກາດການບຸກຄືນແບບກະທັນຫັນຂອງທີມ ວຄສ ແລະ ກໍ່ເປັນກັບຕັນທີມ ວຄສ (ອາຈານ ຄຳປະເສີດ ສີສຸວັນນະ ເບີ 5) ເຕະແບບລູກໃບໄມ້ລົ່ນຜ່ານມືຜູ້ຮັກສາປະຕູເຂົ້າສາມຫຼ່ຽມພໍດີງາມ ເຮັດໃຫ້ ທີມ ວຄສ ນຳຂຶ້ນເປັນ 2-0 ແລ້ວສຽງໝາກຫວີດຂອງກຳມະການກໍ່ດັງຂຶ້ນບົ່ງບອກວ່າໝົດເວລາ ແລະ ແຊ້ມກໍ່ເປັນຂອງທີມພວກເຮົາ ທັງທີມຄຄ-ອາຈານຍິງ-ຊາຍ ໃນຕອນທ້າຍ, ກໍ່ມີການມອບຂັນ ແລະ ຂອງລາງວັນ ຈາກ ທ່ານ ວິໄນ ສຸຂະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສຸດທ້າຍພິທີການແຂ່ງຂັນກໍ່ໄດ້ສິ້ນສຸດລົງດ້ວຍຄຳວ່າແຊ້ມທີ່ເປັນຂອງ ທີມ ວິທະຍາໄລຄູ ສະຫວັນນະເຂດດ້ວຍຄວາມພາກພູມໃຈ ແລະ ຄວາມສາມັກຄີ ຂອງນັກກິລາຈາກ ວິທະຍາໄລຄູ ສະຫວັນນະເຂດ. |