31/08/2015 11:18:36 am - ກອງປະຊຸມປະຈຳປີ 2015-2016 |
ວັດຜົນ-ປະເມີນຜົນ![]() ກອງປະຊຸມປະຈຳປີ ຂອງວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2015-2016 ກອງປະຊຸມປະຈຳປີຂອງຄູ-ອາຈານ, ພະນັກງານ ວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2015-2016 ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 08 ໂມງ 23 ນາທີ ຂອງວັນທີ 24/08/2015 ທີ່ ຫ້ອງປະຊຸມຊັ້ນ II ຂອງວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ເຊິ່ງຄູ-ອາຈານ ແລະ ພະນັກງານເຂົ້າຮ່ວມທັງໝົດ 185 ຄົນ, ຍິງ 101 ຄົນ. ກອງປະຊຸມໄດ້ດໍາເນີນໄປເປັນເວລາ 4 ວັນ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານ ແລະ ສົນທະນາບັນຫາຕ່າງໆດັ່ງລາຍລະອຽດລຸ່ມນີ້: ວັນທີ 24/08/2015 : - ເວລາ 08:32 ໂມງ ທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ປະທານກອງປະຊຸມໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ແລະ ແນະນຳການດຳເນີນວາລະກອງປະຊຸມ. - ເວລາ 08:54 ໂມງ ທ່ານ ເກດ ພັນລັກ ຮອງຫົວໜ້າກົມສ້າງຄູ ໄດ້ຂຶ້ນແນະນໍາກ່ຽວກັບແຜນຍຸດທະສາດການສ້າງຄູ ແຕ່ປີ 2016-2020 ເປັນຕົ້ນ ວິໄສທັດຮອດປີ 2030 ຂອງການສ້າງຄູ, ເປົ້າໝາຍຂອງການສຶກສາພາຍໃນປີ 2020 ເຊິ່ງພົນລະເມືອງລາວທຸກຄົນຕ້ອງເຂົ້າເຖິງການສຶກສາ ແລະ ກາຍະກຳຮອບດ້ານ ເພື່ອໃຫ້ປະຊາຊົນລາວຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ເຊິ່ງນອກຈາກນັ້ນເພິ່ນຍັງໄດ້ຍົກໃຫ້ເຫັນບັນຫາຂອງການສ້າງຄູທີ່ຕ້ອງຊ່ວຍກັນແກ້ໄຂ ເພື່ອຍົກລະດັບວຸດທິຂອງຄູໃນ ສປປ ລາວ ໃຫ້ສູງຂຶ້ນ. - ເວລາ 13:37 ໂມງ ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະປະຊຸມຜູ້ບໍລິຫານສະຖາບັນສ້າງຄູທົ່ວປະເທດ ຄັ້ງທີ xx ເຊິ່ງຈັດຂຶ້ນໃນວັນທີ 27-30/04/2015 ທີ່ ວິທະຍາໄລຄູປາກເຊ ແຂວງຈຳປາສັກ ເຊິ່ງໃນນັ້ນ, ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການປະຕິບັດແຜນການໃນ ສົກຮຽນ 2014-2015 ແລະ ແຜນການດໍາເນີນງານສົກຮຽນ 2015-2016, ເນື້ອໃນການປະຕິບັດຫຼັກສູດປະລິນຍາຕີ, ການທົດລອງຫ້ອງວິທະຍາສາດ, ວິທີສອນເປັນຕົວແບບ ແລະ ຮັບຟັງແຈ້ງການແນະນຳເພິ່ມເລື່ອງການຄັດເລືອກນັກຮຽນເຂົ້າຮຽນຄູ ປະຈຳສົກຮຽນ 2015-2016. - ຕໍ່ມາທ່ານຍັງໄດ້ເຜີຍແຜ່ກ່ຽວກັບ ຜົນສຳເລັດຂອງກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ໃນຄັ້ງວັນທີ 23-24/6/2015 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ກອງປະຊຸມໄດ້ຊົມເຊີຍຜົນສໍາເລັດຂອງວຽກງານປະຈໍາສົກ 2014-2015 ແລະ ແຜນສົກຮຽນ 2015-2016 , ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ແຕ່ 2011-2015 ແລະ ແຜນການພັດທະນາການສຶກສາແບບຍືນຍົງ ຮອດປີ 2030. - ເຊິ່ງໃນຕອນທ້າຍ ກໍ່ຮັບຟັງເນື້ອໃນມະຕິ 10 ສະໄໝທີ IX ຂອງຄະນະບໍລິຫານງານສູນກາງພັກ ເຊິ່ງເນື້ອໃນໄດ້ກ່າວເຖິງການຕີລາຄາໝາກຜົນຂອງການນຳພາຊີ້ນຳໃນວຽກງານຕ່າງໆຄື: ວຽກງານຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກພັກ-ພະນັກງານ, ວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ພ້ອມທັງລົງເລິກຕີລາຄາຕໍ່ການພັດທະນາເສດຖະກິດ-ສັງຄົມອີກດ້ວຍ. ວັນທີ 25/08/2015 - ເວລາ 08:00ໂມງ ທ່ານ ທອງເຄນ ຄຳສຸກຖາວົງ ຮອງຜູ້ອໍານວຍການຝ່າຍສົ່ງເສີມວິຊາການ ໄດ້ຜ່ານຜົນສຳເລັດໃນການຈັດການຮຽນ-ການສອນ ປະຈຳສົກຮຽນ 2014-2015 ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນຫາທີ່ຄົງຄ້າງໃນສົກຮຽນຜ່ານມາເຊັ່ນວ່າ: ການປະຕິບັດຫຼັກສູດ, ການສິດສອນຂອງຄູ, ການເກັບກຳນັກສຶກສາຂາດຮຽນ, ການຈັດຄູສອນແທນ, ການປະເມີນຄູສອນ, ການແກ້ໄຂບັນຫາຂາດຄູສອນໃນບາງລາຍວິຊາ ແລະ ການປະຕິບັດຂໍ້ຕົກລົງ ພ້ອມກັນນັ້ນກໍ່ໄດ້ເປີດໂອກາດໃຫ້ຄູ-ອາຈານໄດ້ສົນທະນາ ເພື່ອແກ້ໄຂບັນຫາຮ່ວມກັນ. - ເວລາ 13:30 ທ່ານ ສອນແກ້ວ ອຸ່ນປະເສີດ ຫົວໜ້າຫ້ອງການຈັດຕັ້ງພັກ-ພະນັກງານ ໄດ້ນຳສະເໜີກ່ຽວກັບວຽກງານແຜນການປັບປຸງຂໍ້ກຳນົດຊົ່ວຄາວ ວ່າດ້ວຍການປະຕິບັດນະໂຍບາຍພາຍໃນວິທະຍາໄລຄູສະຫວັນນະເຂດ ສົກຮຽນ 2015-2016 ຫຼັງຈາກນັ້ນກໍ່ໄດ້ເປີດໂອກາດໃຫ້ຄູ-ອາຈານປະກອບຄຳຄິດເຫັນ ເພື່ອດັດແກ້ຂໍ້ກຳນົດດັ່ງກ່າວໃຫ້ເໝາະສົມ, ສອດຄ່ອງ ແລະ ເປັນເອກະພາບຮ່ວມກັນ ເຊິ່ງໃນນັ້ນໄດ້ຕົກລົງດັດແກ້ບາງນະໂຍບາຍດັ່ງລຸ່ມນີ້: - ດັດແກ້ນະໂຍບາຍຂອງ ວຄສ ທີ່ນຳໃຊ້ງົບປະມານຂອງລັດ ໃຫ້ສອດຄ່ອງກັບດຳລັດຂອງກະຊວງການເງິນສະບັບເລກທີ 2006/ກງ ລົງວັນທີ 25/6/ 2015 - ດັດແກ້ນະໂຍບາຍເຈັບເປັນ - ດັດແກ້ນະໂຍບາຍຄິດໄລ່ຄ່າຊົ່ວໂມງສອນ - ດັດແກ້ນະໂຍບາຍຄູ-ອາຈານຮຽນຕໍ່ - ດັດແກ້ນະໂຍບາຍແປເອກະສານ ວັນທີ 26/08/2015 - ເວລາ 08:00 ໂມງ ຄູ-ອາຈານໄດ້ເຂົ້າຮ່ວມສົນທະນາວຽກວິຊາການຂອງແຕ່ລະສາຍຮຽນຕາມສາຍຮຽນທີ່ຕົນເອງຂຶ້ນກັບ ຢ່າງມີຄວາມຫ້າວຫັນເປັນຂະບວນຟົດຟື້ນ ເພື່ອປະເມີນຄືນໝາກຜົນທີ່ຕົນເອງໄດ້ປະຕິບັດໃນສົກຮຽນຜ່ານມາ ແລະ ຊອກຫາທິດທາງແກ້ໄຂຂໍ້ຄົງຄ້າງຮ່ວມກັນດ້ວຍຄວາມເປັນເອກະພາບ. - ເວລາ 13:30 ທ່ານ ອຳພອນ ຂາວເພຍສຸພົມ ຫົວໜ້າຫ້ອງການສົ່ງເສີມວິຊາການ ແລະ ຫົວໜ້າຫ້ອງການສາຍຮຽນທັງ 4 ສາຍຮຽນໄດ້ ຜ່ານມະຕິຂອງສາຍຮຽນໃນແຕ່ລະສາຍກ່ຽວກັບເນື້ອໃນດ້ານວິຊາການດັ່ງລຸ່ມນີ້: 1. ວຽກສິດສອນ 2. ວຽກງານຄູປະຈຳຫ້ອງ 3. ການເກັບກຳຂໍ້ມູນ, ການຂາດຮຽນຂອງນັກຮຽນໃນແຕ່ລະລາຍວິຊາ ແລະ ການຂາດສອນຂອງຄູ 4. ການປ້ອນຄະແນນເຂົ້າຖານຂໍ້ມູນ 5. ການລົງທະບຽນຊ້ຳສອບເສັງຄືນ ແລະ ການລາຍງານນັກຮຽນທີ່ເສັງບໍ່ຜ່ານໃນລາຍວິຊາ 6. ການປະເມີນການຮຽນຂອງຜູ້ຮຽນ 7. ການວິໄຈຂອງຄູສອນ ແລະ ການຮັບຮອງຕຳແໜ່ງວິຊາການ 8. ການດຳເນີນການວິໄຈ ແລະ ການຂຽນບົດສາລະນິພົນຈົບຊັ້ນຂອງນັກສຶກສາປີສຸດທ້າຍ ໃນຕອນທ້າຍຂອງມື້ທີ 3 ທ່ານ ທອງເຄນ ຄຳສຸກຖາວົງ ຮອງຜູ້ອຳນວຍການຝ່າຍວິຊາການຍັງໄດ້ເນັ້ນໜັກຕື່ມ ການປະຕິບັດວຽກງານຕ່າງໆທີ່ວາງແຜນໄວ້ໃຫ້ສຳເລັດ ໂດຍສະເພາະກຽມຄວາມພ້ອມໃສ່ວຽກງານການຮຽນ-ການສອນ ສົກຮຽນ 2015-2016 ທີ່ກຳລັງຈະເລີ່ມຕົ້ນຂຶ້ນໃນຕໍ່ໜ້ານີ້. ວັນທີ 27/8/2015 - ເວລາ 08:05 ທ່ານ ຈະເລີນ ນີລະບຸດ ຮອງຫົວໜ້າຫ້ອງການບໍລິຫານ-ການເງິນ ໄດ້ນຳສະເໜີກ່ຽວກັບ ແຜນລາຍຮັບ ແລະ ລະບົບການລົງທະບຽນຂອງນັກສຶກສາປະຈຳສົກຮຽນ 2015-2016 ພ້ອມທັງເປີດໂອກາດໃຫ້ພະນັກງານ, ຄູ-ອາຈານ ປະກອບຄຳຄິດເຫັນ ແລະ ມີມະຕິຮ່ວມກັນປັບປຸງຂັ້ນຕອນການລົງທະບຽນຂອງນັກສຶກສາໃຫ້ຄ່ອງຕົວ ແລະ ສະດວກຂຶ້ນກວ່າເກົ່າ. - ເວລາ 08:45 ທ່ານ ພົມມາ ໄຊຍະວົງ ຫົວໜ້າຫ້ອງການບໍລິຫານ-ການເງິນ ໄດ້ນຳສະເໜີກ່ຽວກັບແຜນລາຍຈ່າຍປະຈຳສົກຮຽນ 2015-2016 ໂດຍສະເພາະແຜນປັບປຸງລະບົບລາຍຈ່າຍງົບມະມານຂອງແຕ່ລະຫ້ອງການພາຍໃນວິທະຍາໄລຄູສະຫວັນນະເຂດ ແລະ ເປີດໂອກາດໃຫ້ພະນັກງານ, ຄູ-ອາຈານ ປະກອບຄຳຄິດເຫັນ ເພື່ອຮັບຮອງເອົາແຜນເບີກຈ່າຍງົບປະມານດັ່ງກ່າວ. - ຫຼັງຈາກນັ້ນ ທ່ານຍັງໄດ້ນຳສະເໜີລະບົບການນຳໃຊ້ນ້ຳປະປາ ແລະ ໄຟຟ້າ ພາຍໃນວິທະຍາໄລຄູສະຫວັນນະເຂດ ແລະ ວິທີແກ້ໄຂ, ຈຳກັດການນຳໃຊ້ນ້ຳປະປາ, ໄຟຟ້າແບບຊີ້ນເປືອງ ເພື່ອຊ່ວຍປະຢັດງົບປະມານຂອງວິທະຍາໄລຄູສະຫວັນນະເຂດອີກດ້ວຍ. - ໃນຕອນທ້າຍຂອງກອງປະຊຸມ ທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການ ໄດ້ໃຫ້ຄຳໂອ້ລົມແກ່ພະນັກງານ, ຄູ-ອາຈານ ເພື່ອເປັນທິດຊີ້ນຳໃນການປະຕິບັດວຽກງານໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນຕາມທີີ່ໄດ້ຕັ້ງເປົ້າ ໝາຍໄວ້ ໂດຍສະເພາະວຽກງານສຶກສາອົບຮົມແນວຄິດ, ວຽກງານດ້ານວິຊາການ ແລະ ການປະຕິບັດມະຕິຕ່າງໆທີ່ຂັ້ນເທິງມອບໝາຍໃຫ້. ກອງປະຊຸມໄດ້ປິດລົງໃນເວລາ 11 ໂມງ 06 ນາທີ ທີ່ ວິທະຍາໄລຄູສະຫວັນນະເຂດ, ວັນທີ 27/08/2015 ລາຍງານໂດຍ: ອຈ ອະນຸໄຊ ສຸຂະລາດ |