14/12/2010 12:00:00 am - ພີທີຮັບໜ່ວຍພັກແຂງຮູ້ນຳພາຮອບດ້ານ ຂອງຮາກຖານພັກວິທະຍາໄລຄູ ສະຫວັນນະເຂດ ໄດ້ເປີດຂື້ນຢ່າງຍິ່ງໃຫຍ່ |
ວັດຜົນ-ປະເມີນຜົນ![]() ໃນຕອນບ່າຍຂອງວັນທີ 10/12/2010 ຮາກຖານພັກ ວິທະຍາໄລຄູ ສະຫວັນນະເຂດໄດ້ຈັດພິທີຮັບເອົາ ໜ່ວຍພັກແຂງ ຮູ້ນຳພາຮອບດ້ານ ຂອງ 5 ໜ່ວຍພັກພາຍໃນ ສະຖາບັນ. ໂດຍການເປັນກຽດເຂົ້າຮ່ວມ ໃນພິທີສຳຄັນ ດັ່ງກ່າວ ປະກອບມີທ່ານ ລາຫຸນ ມາຜາງວົງ ກຳມະການປະຈຳພັກແຂວງ, ທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ວິທະຍາໄລຄູ ສະຫວັນນະເຂດ, ທ່ານ ສົມຈິດ ສີນຸວົງ ຮັກສາການ ຂະແໜງກໍ່ສ້າງພັກ ຈັດຕັ້ງແຂວງ, ທ່ານ ທອງຄຳ ບົວສະຫວັນ ກວດກາພັກລັດແຂວງ, ຄະນະພັກ, ເລຂາໜ່ວຍພັກທັງ 5 ໜ່ວຍພັກຄື: ໜ່ວຍພັກຫ້ອງຫານ ວິທະຍາໄລຄູສະຫວັນນະເຂດ, ໜ່ວຍພັກຫ້ອງການ ພາສາຕ່າງປະເທດ, ໜ່ວຍພັກຫ້ອງການ ວິທະຍາສາດທຳມະຊາດ, ໜ່ວຍພັກຫ້ອງການ ວິທະຍາສາດສັງຄົມ, ໜ່ວຍພັກຫ້ອງຫານ ສ້າງຄູປະຖົມ ແລະ ອະນຸບານ ພ້ອມກັບ ຫົວໜ້າຈຸພັກທຸກໆຈຸ ໃນແຕ່ລະໜ່ວຍພັກ ພາຍໃນວິທະຍາໄລຄູ ສະຫວັນນະເຂດ, ສະມາຊິກພັກສົມບູນ ແລະ ສຳຮອງ, ມະຫາຊົນກ້າວໜ້າ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ |