ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



21/07/2015 3:29:49 pm - ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ
ວັດຜົນ-ປະເມີນຜົນ


ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ, ເວລາ 13 ໂມງ 30 ນາທີ ຂອງວັນທີ 21 ກໍລະກົດ 2015 ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຈຳນວນ 03 ສະຫາຍ ຍິງ 0 ສະຫາຍ
ເປັນກຽດເປັນປະທານໂດຍ
- ທ່ານ ສະຫາຍ ພິມມະສອນ ວໍລະຍຸດ ຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ
- ທ່ານ ສະຫາຍ ພົມມາ ໄຊຍະວົງ ເລຂາໜ່ວຍພັກຫ້ອງການ 01
- ທ່ານ ສະຫາຍ ສອນແກ້ວ ອຸ່ນປະເສີດ ຫົວໜ້າຫ້ອງການຈັດຕັ້ງພັກ-ພະນັກງານ
- ທ່ານ ສະຫາຍ ບໍລົມ ເກດຕະວົງ ຄະນະພັກຫ້ອງການ 01
- ທ່ານ ສະຫາຍ ນາງ ບຸນລື ໄຊຍະພອນ ຄະນະພັກຫ້ອງການ 01
- ບັນດາສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ 05 ໜ່ວຍພັກອ້ອມຂ້າງ
- ສະມາຊິກພັກ ສົມບູນ ແລະ ສຳຮອງ ໜ່ວຍພັກຫ້ອງການ 01 (ຈຸຫ້ອງການບໍລິຫານ, ຈຸຫ້ອງການວັດຜົນ-ປະເມີນຜົນ ແລະ ຈຸຫ້ອງການກິດຈະການນັກສຶກສາ)
ເວລາ 13 ໂມງ 35 ນາທີ, ສະຫາຍ ສອນແກ້ວ ອຸ່ນປະເສີດ ຂຶ້ນຜ່ານຂໍ້ຕົກລົງຕາງຄະນະປະຈຳພັກແຂວງ ເລຂາພັກແຂວງ ດຣ. ສຸພັນ ແກ້ວມີໄຊ ວ່າດ້ວຍການຮັບເອົາມະຫາຊົນເຂົ້າເປັນສະມາຊິກປະຊາຊົນປະຕິວັດລາວ ຈໍານວນ 03 ດັ່ງນີ້:
1. ສະຫາຍ ວອນຄຳ ດວງຈັນແດງ ເລກທີ 351/ຄປພຂ ວັນທີ 8 / 7 / 2015
2. ສະຫາຍ ໂອລິນດາ ສິງທິເດດ ເລທີ 352/ຄປພຂ ວັນທີ 8 / 7 / 2015
3. ສະຫາຍ ເພັງທະນົງສັກ ພັກດີວິຈິດ ເລກທີ 353/ຄປພຂ ວັນທີ 8 / 7 / 2015
ຫຼັງຈາກນັ້ນ ເວລາ 13 ໂມງ 50 ນາທີ, ທ່ານ ສະຫາຍ ພິມມະສອນ ວໍລະຍຸດ ຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ ຂຶ້ນຈັບມືຮັບເອົາສະມາຊິກພັກໃໝ່ ພ້ອມໃຫ້ຄຳຄິດຄຳເຫັນຕໍ່ກັບສະມາຊິກພັກທັງສົມບູນ ແລະ ສຳຮອງ ທຸກສະຫາຍດັ່ງນີ້:
- ຫວນຄືນກົດລະບຽບຂອງສະມາຊິກພັກ ແລະ ຂໍ້ຫ້າມຕ່າງໆຂອງສະມາຊິກພັກ
- ຫຼັກການດຳເນີນຊີວິດພັກ (ສຳຫຼວດກວດກາ, ເສຍເງິນສະຕິ, ມີສະຕິຮອບດ້ານ ແລະ ອື່ນໆ)
- ກະຕຸກຊຸກຍູ້ວຽກລັດໃຫ້ມີການພັດທະນາໃຫ້ກ້າວໜ້າຂຶ້ນເລື້ອຍໆ, ເຮັດຫຼ້ອນໜ້າທີ່ຂອງຕົນຮັບຜິດຊອບ.
ເວລາ 14 ໂມງ 15 ນາທີ ສະຫາຍ ວອນຄຳ ດວງຈັນແດງ ຕ່າງໜ້າສະມາຊິກໃໝ່ ຂຶ້ນຮັບຄຳໂອວາດຈາກທ່ານສະຫາຍຄະນະພັກຮາກຖານວິທະຍາໄລຄູສະຫວັນນະເຂດ ແລະ ກ່າວຄຳປະຕິຍານ.
ຮອດເວລາ 14 ໂມງ 25 ນາທີ ພິທີດັ່ງກ່າວກໍ່ໄດ້ປິດລົງຢ່າງເປັນທາງການ.

ລາຍງານໂດຍ: ສະຫາຍ ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ