22/06/2015 2:40:08 pm - ກອງປະຊຸມເຝິກອົບຮົມການນຳໃຊ້ປື້ມຄູ່ມືສຳລັບການສອນສຸຂະພາບຈະເລີນພັນເພດສຶກສາ |
ວັດຜົນ-ປະເມີນຜົນ![]() ຄັ້ງວັນທີ 22 / 6 / 2015, ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ ໄດ້ມີການເປີດກອງປະຊຸມເຝິກອົບຮົມການນຳໃຊ້ປື້ມຄູ່ມືສຳລັບການສອນສຸຂະພາບຈະເລີນພັນເພດສຶກສາໃຫ້ກັບພະນັກງານວິຊາການ ພາຍໃນວິທະຍາໄລຄູ ສະຫວັນນະເຂດ. ເປັນກຽດໃນການກ່າວເປີດກອງປະຊຸມຄັ້ງນີ້ໂດຍທ່ານ ທອງເຄນ ຄຳສຸກຖາວົງ ຄະນະອຳນວຍການຝ່າຍວິຊາການ, ນອກນັ້ນກໍ່ຍັງມີຄະນະວິທະຍາກອນຈາກສູນກາງ ນຳພາໂດຍທ່ານອາຈານ ສີວິໄຊ ມະນີວົງ ຮອງຫົວໜ້າພະແນກກໍ່ສ້າງຄູ ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຈອມແພງ ວົງລາ ຮອງຫົວໜ້າພະແນກບໍລິຫານກົມສ້າງຄູ ແລະ ວິທະຍາກອນຈາກພະແນກສຶກສາທິການແຂວງ ແລະ ຈາກວິທະຍາໄລຄູ 4 ທ່ານ ນອກຈາກນັ້ນກໍ່ຍັງມີ ວິຊາການຈາກສູນໄວໜຸ່ມນະຄອນຫຼວງວຽງຈັນ. ຈຸດປະສົງໃນການປະຊຸມຄັ້ງນີ້ແມ່ນ ເພື່ອເຝິກອົບຮົມການນຳໃຊ້ປື້ມຄູ່ມືສຳລັບການສອນສຸຂະພາບຈະເລີນພັນເພດສຶກສາໃຫ້ກັບຄູສອນ ເຊິ່ງປະກອບດ້ວຍ 06 ຊຸດການຮຽນ ລາຍລະອຽດດັ່ງນີ້: - ຊຸດການຮຽນທີ່ 1 ຄຸນນະພາບຊີວິດ ປະກອບດ້ວຍ 04 ບົດ ດັ່ງນີ້: ບົດທີ 1 ຄອບຄົວ ແລະ ຄຸນນະພາບຊີວິດ ບົດທີ 2 ສິດທິເດັກ ບົດທີ 3 ສິດທິຈະເລີນພັນ ບົດທີ 4 ບົດບາດຍິງຊາຍ - ຊຸດການຮຽນທີ 2 ຄວາມເຂົ້າໃຈຕົນເອງ ແລະ ຮ່າງກາຍຂອງຄົນເຮົາ ປະກອບດ້ວຍ 04 ບົດ ດັ່ງນີ້: ບົດທີ 1 ການປ່ຽນແປງທາງດ້ານຮ່າງກາຍໃນຊ່ວງໄວໜຸ່ມ ບົດທີ 2 ການເປັນປະຈຳເດືອນ ແລະ ການຜະລິດອະສຸຈິ ບົດທີ 3 ການປ່ຽນແປງທາງດ້ານອາລົມ ແລະ ສັງຄົມໃນຊ່ວງໄວໜຸ່ມ ບົດທີ 4 ພຶດຕິກຳ ແລະ ທັດສະນະຄະຕິ ທາງເພດທີ່ອາດເປັນອັນຕະລາຍ - ຊຸດການຮຽນທີ 3 ການກ້າວສູ່ຊີວິດທີ່ແທ້ຈິງ ປະກອບດ້ວຍ 04 ບົດ ດັ່ງນີ້: ບົດທີ 1 ການເບິ່ງແຍງໃນໄລຍະຖືພາ ບົດທີ 2 ການເບິ່ງແຍງແມ່ ແລະ ເດັກ ບົດທີ 3 ພາວະມີລູກຍາກ ແລະ ການເປັນໝັນ ບົດທີ 4 ການຫຼຸລູກ ແບບທຳມະຊາດ ແລະ ແບບບັງຄັບ - ຊຸດການຮຽນທີ 4 ການເບິ່ງແຍງອະນາຄົດຂອງເຮົາ ແລະ ການວາງແຜນຄອບຄົວ ປະກອບດ້ວຍ04 ບົດ ດັ່ງນີ້: ບົດທີ 1 ເພດສຳພັນທີ່ປອດໄພ ບົດທີ 2 ການວາງແຜນລູກຫ່າງ ແລະ ການຄຸມກຳເນີດ ບົດທີ 3 ການນຳໃຊ້ຖົງຢາງອະນາໄມ ທີ່ຖືກຕ້ອງ ບົດທີ 4 ການສົນທະນາ ແລະ ພິຈາລະນາທາງເລືອກໃນການຄຸມກຳເນີດທີ່ເໝາະສົມ - ຊຸດການຮຽນທີ 5 ການທໍາຄວາມເຂົ້າໃຈເລື່ອງເພດແລະ ເພດວິຖີ ປະກອບດ້ວຍ 04 ບົດ ດັ່ງນີ້: ບົດທີ 1 ພຕພ ບົດທີ 2 HIV / AIDS ບົດທີ 3 ການປະເມີນຄວາມສ່ຽງສ່ວນບຸກຄົນ ບົດທີ 4 ການລົງມືປະຕິບັດ ແລະ ກໍລະນີເພດສຶກສາ - ຊຸດການຮຽນທີ 6 ຫຼີກໃຫ້ໄກ ໄປໃຫ້ພົ້ນສິ່ງເສບຕິດ ປະກອບດ້ວຍ 04 ບົດ ດັ່ງນີ້: ບົດທີ 1 ຄວາມໝາຍ, ປະເພດ ແລະ ຜົນກະທົບຂອງຢາເສບຕິດ ບົດທີ 2 ຢາສູບ ແລະ ເຫຼົ້າ ບົດທີ 3 ສິ່ງເສບຕິດຜິດກົດໝາຍ ບົດທີ 4 ສິ່ງເສບຕິດ ແລະ ຜົນກະທົບຕໍ່ການຈະເລີນເຕີບໂຕທາງເພດ ໃນການເຝິກອົບຮົມຄັ້ງນີ້ ປະກອບມີ ສຳມະນາກອນເຂົ້າຮ່ວມ 24 ທ່ານ ຍິງ 12 ທ່ານ. ກອງປະຊຸມດຳເນີນຢູ່ 05 ວັນ (22-26 / 6 / 2015) ແລະ ໄດ້ປິດລົງດ້ວຍຄວາມເຂົ້າໃຈ ເປັນເອກະພາບ ແລະ ພ້ອມນຳເອົາຄວາມຮູ້ທີ່ໄດ້ນີ້ໄປນຳໃຊ້ເຂ້າໃນການສອນຕົວຈິງ. ຮອດ ເວລາ 11 ໂມງ 00 ນາທີ ກອງປະຊຸມດັ່ງກ່າວນີ້ກໍ່ໄດ້ຖືກປິດລົງຢ່າງເປັນທາງການ. |