04/11/2014 6:29:51 pm - ໂຄງການສຶກສາເພື່ອການອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມ, ຫ້ອງການພາສາຕ່າງປະເທດ, ວິທະຍາໄລຄູສະຫວັນນະເຂດ, ແຂວງສະຫວັນນະເຂດ ສປປລາວ. |
ພາສາຕ່າງປະເທດ![]() ໂຄງການສຶກສາເພື່ອການອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມແມ່ນຈະໄດ້ເລີ່ມໃນວັນສຸກວັນທີ 7 ພະຈິກ 2014. ໂຄງການການດັ່ງກ່າວນີ້ແມ່ນຈະເປັນປະໂຫຍດແກ່ບັນດາຜູ້ເຂົ້າຮ່ວມໃນການສ້າງປະສົບການໃໝ່ໆຈາກຊຸມຊົນ, ເປີດໂອກາດການສະແດງຕວາມສາມາດກ້າສະແດງອອກ, ສາມາດເຮັດວຽກໃນທ້ອງຖິ່ນ, ເປັນການປຸກລະດົມໃຫ້ມີນ້ຳໃຈຮັກສາປ່າໄມ້ ແລະ ສິ່ງແວດລ້ອມໃນໝູ່ນັກຮຽນໃນທ້ອງຖິ່ນພ້ອມທັງຊາວບ້ານໃນຂອບເຂດໂຄງການ, ສ້າງທີມງານໃຫ້ກາຍເປັນທີມງານທີ່ມີປະສົບການ ແລະ ເປັນເຈົ້າການທາງດ້ານສິ່ງແວດລ້ອມ. ສາມາດກະຕຸ້ນໃຫ້ນັກຮຽນມີຄວາມກະຕືລືລົ້ນໃນການມາຮຽນ. ມີຄວາມສຸກກັບກິດຈະກຳຂອງໂຄງການ. |