01/12/2010 12:00:00 am - ໜ່ວຍພັກຫ້ອງການ ວິທະຍາໄລຄູ ສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ຄັ້ງທີ 3 |
ວັດຜົນ-ປະເມີນຜົນ![]() ໃນຕອນບ່າຍຂອງວັນ ອັງຄານ ວັນທີ 30/11/2010 ເວລາ 13:40 ນາທີ ທີ່ຫ້ອງປະຊຸມ ວິທະຍາໄລຄູ ສະຫວັນນະເຂດ ກອງປະຊຸມໃຫຍ່ ຄັ້ງທີ 3 ຂອງໜ່ວຍພັກ ຫ້ອງການ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຖຶກໄຂຂື້ນຢ່າງເປັນທາງການ ດ້ວຍບັນຍາກາດເບີກບານມ່ວນຊື່ນ ໃນທ່າມກາງປະຊາຊົນລາວທັງຊາດ ພວມສ້າງຂະບວນການ ເພື່ອຕ້ອງຮັບວັນບຸນໃຫຍ່ປະຫວັດສາດ ວັນຊາດທີ 2 ທັນວາ ຄົບຮອບ 35 ປີ ທີ່ຈະມາເຖິງ. ໂດຍກອງປະຊຸມດັ່ງກ່າວເປັນກ່ຽດເຂົ້າຮ່ວມ ຂອງສະຫາຍ ເລຂາພັກຮາກຖານ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະພັກ, ແຂກຈາກໜ່ວຍພັກອ້ອມຂ້າງ, ສະມາຊິກພັກສົມບູນ ແລະ ສຳຮອງ ຈຳນວນ 30 ກວ່າສະຫາຍ. ກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາ ບົດສະຫຼູບ ແລະ ແຜນການດຳເນີນງານ ພ້ອມນັ້ນກໍ່ໄດ້ ປະຊາມະຕິຮັບຮອງເອົາ ຄະນະພັກຫ້ອງການ ວຄສ ຊຸດໃໝ່ ໂດຍໄດ້ແບ່ງອອກເປັນ 2 ໜ່ວຍພັກຄື ໜ່ວຍພັກຫ້ອງການ 1 ແລະ ໜ່ວຍພັກຫ້ອງການ 2 ແລະ ບັນທ້າຍຂອງກອງປະຊຸມຍັງໄດ້ເປັນກ່ຽດຮັບຟັງການໂອລົມຂອງ ສະຫາຍເລຂາພັກຮາກຖານ ວິທະຍາໄລຄູ ສະຫວັນນະເຂດ ພ້ອມກັບປະຊາມະຕິຮັບຮອງເອົາບົດບັນທຶກກອງປະຊຸມ. ກອງປະຊຸມໄດ້ຖຶກປິດລົງຢ່າງເປັນທາງການ ໃນເວລາ 16:30 ນາທີ |