10/04/2014 10:07:03 am - ບົດຄວາມນັກສຶກສາທີ່ໄດ້ຮັບລາງວັນຮອງຊະນະເລີດ ສຳລັບການປະກວດ ການຂຽນບົດຄວາມທົ່ວປະເທດ |
ບໍລິຫານ![]() ນ. ກຸ້ງນາງ ສິງຄຳປະເສີດ ເປັນນັກສຶກສາທີ່ວິທະຍາໄລຄູ ສະຫວັນນະເຂດ ສາຍ ຄູພາສາອັງກິດ ລະບົບ 12+4, ຫ້ອງ B ປີ 3, ສົກຮຽນ 2013-2014. ໄດ້ຮັບ ລາງວັນຮອງຊະນະເລີດ ສຳລັບການປະກວດ ການຂຽນບົດຄວາມທົ່ວປະເທດ ທີ່ນະຄອນຫຼວງວຽກຈັນ ສົກຮຽນ 2012-2013 ໃນຫົວຂໍ້ ການສົ່ງເສີມຄວາມຮັບຜິດຊອບ ຕໍ່ພຶດຕິກຳດ້ານສຸຂະພາບຈະເລີນພັນໃນໄວໜຸ່ມ. ເນື້ອໃນຂອງບົດຄວາມແມ່ນມີດັ່ງນີ້: ການສົ່ງເສີມຄວາມຮັບຜິດຊອບຕໍ່ພຶດຕິກຳດ້ານສຸຂະພາບຈະເລີນພັນໃນໄວໜຸ່ມ ສຸຂະພາບຈະເລີນພັນໝາຍເຖິງຄົນທີ່ມີຄວາມສາມາດທີ່ຈະມີຄວາມຮັບຜິດຊອບ ແລະມີຊີວິດທີ່ປອດໄພກ່ຽວກັບເພດແລະມີຄວາມອາດສາມາດໃນການຈະເລີນພັນ ແລະມີອິດສະຫຼະໃນການຕັດສີນໃຈວ່າພວກເຂົາຄວນຈະມີເພດສຳພັນເມື່ອໃດ ແລະແນວໃດຈຶ່ງຈະເໝາະສົມ. ແນ່ນອນວ່າມັນແມ່ນສິດທິຂອງຜູ້ຊາຍແລະແມ່ຍິງ ທີ່ຄວນຈະຮັບຮູ້ແລະເຂົ້າເຖິງວິທີການທີ່ປອດໄພ,ປະສິດທິພາບໃນລາຄາທີ່ບໍ່ແພງ ແລະເປັນທີ່ຍອມຮັບເພື່ອເປັນທາງເລືອກໃຫ້ແກ່ພວກເຂົາແລະເພື່ອບໍລິການ ດູແລ ສຸຂະພາບຢ່າງເໝາະສົມແລະເພື່ອໃຫ້ໝັ້ນໃຈວ່າແມ່ຍິງມີການຖືພາແລະເກີດລູກ ຢ່າງປອດໄພ ແລະການໃຫ້ໂອກາດທີ່ດີທີ່ສຸດແກ່ຄູ່ສາມີພັນລະຍາໃນການມີລູກແລະ ມີສຸຂະພາບແຂງແຮງດີ. ການຖືພາເກີດຂຶ້ນໄດ້ກໍ່ເພາະວ່າປະມານ14 ມື້ກ່ອນທີ່ຈະເປັນປະຈໍາ ເດືອນຮວຍໄຂ່ຈະເລີ່ມປ່ອຍໄຂ່ອອກມາ ໄຂ່ຈະຖືກສົ່ງມາຕາມທໍ່ສົ່ງໄຂ່ລົງມາຫາ ມົດລູກຖ້າວ່າໄດ້ມີການຮ່ວມເພດໃນໄລຍະນັ້ນໄຂ່ກໍ່ຈະຖືກປະຕິສົນທິຫຼືປະສົມກັນ ກັບຕົວອະສຸຈິທີ່ລັ່ງອອກມາຈາກອະໄວຍະວະສືບພັນຂອງເພດຊາຍ ໄຂ່ທີ່ປະສົມກັບ ຕົວອະສຸຈິນັ້ນ ກໍ່ຈະເຕີບໃຫຍ່ເປັນລູກຂືຶຶ້ນມາ ຫຼັງຈາກທີ່ໄດ້ຝັງຕົວຢູ່ໃນເນື້ອເຍື່ອຂອງ ມົດລູກ ມັນກໍ່ຈະໃຊ້ເວລາປະມານ 9 ເດືອນ ແລະ ເຕີບໃຫຍ່ຢູ່ໃນຖົງນ້ຳຄາວປາ.ແລະ ການຖືພານີ້ກໍ່ເກີດຂຶ້ນໄດ້ໂດຍຕັ້ງໃຈແລະບໍ່ຕັ້ງໃຈ. ເຊິ່ງການຖືພາແບບຕັ້ງໃຈສ່ວນຫຼາຍ ຈະແມ່ນຜູ້ທີ່ມີຄອບຄົວແລ້ວແລະເປັນຄວາມພ້ອມຂອງເຂົາເຈົ້າທີ່ຈະມີລູກແລະເຂົາເຈົ້າ ກໍ່ໄດ້ມີການວາງແຜນຢ່າງຖີ່ຖ້ວນ. ແລະການຖືພາແບບບໍ່ຕົັງໃຈນັ້ນສ່ວນໃຫຍ່ກໍ່ຈະ ເກີດຂື້ນກັບໄວລຸ້ນຫຼືໄວໜຸ່ມທົ່ວໄປນັ້ນເອງ ເຊິ່ງໄວໜຸ່ມສ່ວນຫຼາຍເປັນໄວທີ່ຄຶກຄະນອງ, ຢາກລອງ, ຢາກຮູ້, ຢາກເຫັນ ແລະມີຄວາມສົນໃຈທາງດ້ານການປ່ຽນແປງຂອງຮ່າງກາຍ ກໍ່ຄືການປ່ຽນແປງທາງດ້ານເພດຂອງພວກເຂົາເຈົ້າ ເຊີ່ງເດັກນ້ອຍໄວໜຸ່ມອາດຈະຖືພາໄດ້ ຍ້ອນຫຼາຍສາເຫດ ທີ່ແຕກຕ່າງກັນ ໂດຍທີ່ບໍ່ຮູ້ວິທີປ້ອງກັນ ແລະກໍ່ມີຫຼາຍປັດໄຈຂອງ ການຖືພາໃນໄວໜຸ່ມ ແລະ ເປັນຜົນກະທົບທາງລົບຕໍ່ໄວໜຸ່ມເອງ ແແຕ່ຖ້າເຂົາໄດ້ຮັບຮູ້ ຂໍ້ມູນໃນການປ້ອງກັນ ແລະ ຊ່ອງທາງທີ່ຈະແກ້ໄຂ ກໍ່ຈະເຮັດໃຫ້ເຂົາ ຮູ້ທີ່ຈະຕັດສິນໃຈ ແລະ ເລືອກຊ່ອງທາງທີ່ດີທີ່ສຸດສຳຫຼັບເຂົາເອງໄດ້ . ແຕ່ວ່າໄວໜຸ່ມບາງຄົນມີການຖືພາ ແບບບໍ່ຕັ້ງໃຈ ແຕ່ກໍ່ຍັງມີທາງເລືອກຫຼາຍແນວທີ່ຄວນຈະພິຈາລະນາທາງເລືອກບາງອັນ ທີ່ອາດເໝາະສົມກວ່າທາງເລືອກທີ່ເຮັດໃຫ້ເກີດຜົນກະທົບທີ່ບໍ່ດີເຊັ່ນ: ການເອົາລູກອອກ, ການທຳຮ້າຍໂຕເອງແລະອື່ນໆ. ນອກຈາກນີ້ ຖ້າມີເພດສຳພັນແລະບໍ່ຢາກຖືພາຕ້ອງໃຊ້ ວິທີຄຸມກຳເນີດໃດໜຶ່ງເພື່ອຫຼີກເວັ້ນການຖືພາແບບບໍ່ຕັ້ງໃຈ ຊື່ງອາດຕໍ່ເນື່ອງໄປຫາການ ເອົາລູກອອກ ເຊິ່ງມີອັນຕະລາຍຕໍ່ຮ່າງກາຍຫຼາຍກວ່າການຄຸມກຳເນີດ. ສະນັ້ນຊາວໜຸ່ມເຮົາ ຍັງສາມາດປ້ອງກັນໂຕເອງໄດ້ຈາກການຖືພາໂດຍບໍ່ຕັ້ງໃຈແລະພະຍາດຕິດຕໍ່ທາງ ເພດສຳພັນ ແລະ HIVໄດ້ຄື້: • ໄດ້ຮັບຮູ້ຂໍ້ມູນກ່ຽວກັບສຸຂະພາບຈະເລີນພັນ ແລະ ວິທີການປ້ອງກັນໂຕເອງຈາກການ ມີເພດສຳພັນທີ່ມີຄວາມສ່ຽງຈາກການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນ. • ຫຼີກລ້ຽງການມີເພດສຳພັນຊະຊາຍ(ການຮ່ວມເພດກັບຫຼາຍໆຄົນ). • ຄວນໃຊ້ຖົງຢາງອະນາໄມທຸກຄັ້ງໃນເວລາມີເພດສຳພັນ. • ກິນຢາຄຸມກຳເນີດ. • ທາງທີ່ດີການທີ່ເຮົາບໍ່ມີການຮ່ວມເພດກັບໃຜແມ່ນເປັນວິທີທີ່ດີທີ່ສຸດທີ່ສາມາດປ້ອງກັນ ຫຼືຫຼີກລ້ຽງຈາກການຖືພາທີ່ບໍ່ຕັ້ງໃຈຂອງໄວໜຸ່ມແລະບໍ່ສ່ຽງຕໍ່ການຕິດເຊື້ອພະຍາດ ຕິດຕໍ່ທາງເພດສຳພັນອີກດ້ວຍ. ສະນັ້ນ, ໃນກໍລະນີທີ່ມີການຖືພາໂດຍບໍ່ຕັ້ງໃໃຈແລ້ວນັ້ນ ການເອົາລູກອອກແບບບັງຄັບ ( ການທຳແທ້ງ) ເປັນອັນຕະລາຍຕໍ່ສຸຂະພາບ ບໍ່ແມ່ນວິທີຄຸມກຳເນີດ. ໃນຖານະທີ່ຂ້ານ້ອຍເປັນຊາວໜຸ່ມຜູ້ໜຶ່ງ , ຂ້ານ້ອຍຄິດວ່າສິດທິກ່ຽວກັບສຸຂະພາບ ຈະເລີນພັນແມ່ນສິດແລະການຕັດສິນໃຈຂອງແຕ່ລະບຸກຄົນນັ້ນ ວ່າເຂົາພ້ອມທີ່ຈະ ມີເພດສຳພັນເມື່ອໃດແລະແນວໃດຈຶ່ງເໝາະສົມ. ດັ່ງນັ້ນ, ເມື່ອທຸກຄົນຫຼືບຸກຄົນໃດມີຄວາມສົນໃຈກ່ຽວກັບສຸຂະພາບຈະເລີນພັນແລ້ວ ພວກເຂົາກໍ່ສາມາດນຳເອົາຂໍ້ມູນຂ່າວສານ ຫຼື ຄຳປຶກສາ ແລະ ການບໍລິການກ່ຽວກັບ ສຸຂະພາບຈະເລີນພັນໄດ້ ຈາກສື່ຕ່າງໆເຊັ່ນວ່າ: ສື່ຈາກໂລກອອນລາຍກໍ່ຄືສື່ຈາກ ອິນເຕີເນັດຕ່າງໆ. ແຕ່ຫຼັກໆແລ້ວພວກເຂົາສາມາດນຳເອົາຂໍ້ມູນແລະຄຳປຶກສາກ່ຽວກັບ ສຸຂະພາບຈະເລີນພັນໄດ້ຈາກຈາກເພດກໍ່ຄືຢູ່ໂຮງໝໍແລະອ ສ ພ ( ອາສາສະໝັກເພື່ອນຊ່ວຍເພື່ອນ ) ແລະ ສູນບໍລຶການທີ່ໃຫ້ຄວາມຮູ້ທາງດ້ານສຸຂະພາບ ຈະເລີນພັນ (ໂທ 1361 ສ ຫຼັບຜູ້ຊາຍ137ສຳຫຼັບແມ່ຍິງ )ເພາະວ່າສູນ ອາສາສະໝັກ ເພື່ອນຊ່ວຍເພື່ອນ ແມ່ນຜູ້ທີ່ສາມາດໃຫ້ຄຳປຶກສາແລະຂໍ້ມູນກ່ຽວກັບສຸຂະພາບ ຈະເລີນພັນໄດ້ດີ . ນອກຈາກການໃຫ້ຄຳປຶກສາກ່ຽວກັບສຸຂະພາບຈະເລີນພັນແລ້ວ ອາສາສະໝັກເພື່ອນຊ່ວຍເພື່ອນ ຍັງສາມາດໃຫ້ຄຳປຶກສາໃນເລື່ອງຕ່າງໆໄດ້ອີກ.ເພາະວ່າ ທາງອາສາສະໝັກເພື່ອນຊ່ວຍເພື່ອນບໍ່ແມ່ນແຕ່ໃຫ້ຄຳປຶກສາໄດ້ພຽງເທົ່ານັ້ນ ແຕ່ຍັງເປັນ ຜູ້ທີ່ເຮົາສາມາດເຊື່ອຖືໄດ້ແລະເປັນຜູ້ທີ່ສາມາດເກັບຄວາມລັບໄດ້ດີເປັນຜູ້ທີ່ຫູໃຫຍ່ ປາກນ້ອຍກໍ່ຄື ຟັງຫລາຍເວົ້າໜ້ອຍ . ການທີ່ຊາວໜຸ່ມເຮົາຈະແຕ່ງງານຊ້າຫຼືໄວນັ້ນກໍ່ຂຶ້ນກັບຮ່າງກາຍມີຄວາມພ້ອມ ແຕ່ໄລຍະ ທີ່ມີຄວາມພ້ອມແມ່ນ ອາຍຸແຕ່ 18 – 35 ປີ ແລະ ຄວນໃຫ້ຄິດເຖິງຄວາມພ້ອມຫຼາຍໆ ດ້ານເປັນສິ່ງສຳຄັນ ເພາະວ່າຊີວິດຫຼັງຈາກແຕ່ງງານແລ້ວ ຈະມີພາລະໃນການຮັບຜິດຊອບ ໃນເລື່ອງຕ່າງໆສູງ ແລະ ຊາວໜຸ່ມເຮົາຄວນຈະມີຄອບຄົວໃນເມື່ອທີ່ມີຄວາມພ້ອມ, ແລະ ມີເກນອາຍຸ , ຄຸນວຸດທິທີ່ເໝາະສົມ.ຖ້າຫາກວ່າບໍ່ມີຄວາມພ້ອມ ແຕ່ງງານໄວ ຮ່າງກາຍ ບໍ່ທັນຈະເລີນເຕີບໂຕພໍ ກໍ່ຈະສ່ຽງໃນການອອກລູກຍາກ ແລະ ສ່ຽງຕໍ່ການ ເສຍຊີວິດ ຂອງແມ່ແລະເດັກສູງ, ຮ່າງກາຍກໍ່ຈະບໍ່ສາມາດຈະເລີນເຕີບໂຕໄດ້ຕາມ ປົກກະຕິ(ຮ່າງກາຍຈະເລີນເຕີບໂຕຊ້າ)ແລະ ອາດຈະສົ່ງຜົນສະທ້ອນເຖິງເສດຖະກິດ ຄອບຄົວກໍ່ເປັນໄດ້ແຕ່ວ່າ ຖ້າທ່ານບໍ່ຟ້າວຄິດເຖິງເລື່ອງການແຕ່ງງານ ແລ້ວ ຄວນຈະ ຊອກຮູ້ຮ່ຳຮຽນສຶກສາເອົາຄວາມຮູ້ໃຫ້ສູງໆ, ເມື່ອມີຄວາມຮູ້ກໍ່ຈະມີໂອກາດໃນການ ຫາວຽກເຮັດງານທຳທີ່ດີ ມີຄວາມໝັ້ນຄົງຕໍ່ໜ້າທີ່ການງານ ສາມາດຮັບຜິດຊອບໃນເລື່ອງ ເສດຖະກິດຄອບຄົວໄດ້. ສ່ວນທາງດ້ານສຸຂະພາບ ຮ່າງກາຍ ກໍ່ຈະມີໂອກາດຈະເລີນ ເຕີບໂຕໄດ້ເຕັມທີ່,ໃນເວລາທີ່ແມ່ຍິງຖືພາກໍ່ຈະສາມາດດູແລເອົາໃຈໃສ່ຕໍ່ສຸຂະພາບເປັນ ສຳຄັນເຊິ່ງຜູ້ເປັນຜົວສາມາດພາເມຍຂອງຕົນໄປຝາກທ້ອງຢູ່ໂຮງໝໍແພດຈະໄດ້ແນະນຳ ໃນການດູແລຮັກສາສຸຂະພາບ, ແພດຈະແນະນຳໃຫ້ຮູ້ຈັກວິທີປ້ອງກັນການເກີດ ອັນຕະລາຍຕ່າງໆໃນຍາມຖືພາ, ເຊີ່ງການຝາກທ້ອງຢູ່ໂຮງໝໍກໍ່ມີຜົນດີຕໍ່ແມ່ແລະເດັກຄື: • ແພດຈະໄດ້ກວດທ້ອງ, ຟັງສຽງຫົວໃຈເດັກ, ຊັ່ງນ້ຳໜັກ, ແທກຄວາມດັນເລືອດແລະ ສັກຢາກັນບາດທະຍັກ. • ຮັບການແນະນຳການຮັັກສາແມ່ຍິງຖືພາເພື່ອສຸຂະພາບທີ່ດີຂອງແມ່ແລະລູກໃນທ້ອງ. • ແພດຈະແນະນຳກິນອາຫານໃຫ້ຄົບໝູ່. • ເມື່ອມີອາການຜິດປົກກະຕິເຊັ່ນ: ເປັນບວມ, ລູກຢູ່ໃນທ່າບໍ່ປົກກະຕິ ຫຼື ແມ່ບໍ່ສະບາຍ ແພດຈະໃຫ້ການຊ່ວຍເຫຼືອໄດ້ທັນທ່ວງທີ. • ການໄປຝາກທ້ອງຢູ່ໂຮງໝໍ ຍັງສາມາດຊ່ວຍແພດບັນທຶກຜົນກວດຕ່າງໆໃສ່ປຶ້ມຕິດຕາມ ໃນແຕ່ລະຄັ້ງ ຊື່ງມີປະໂຫຍດຫຼາຍແພດຈະໄດ້ຮູ້ກ່ຽວກັບອາການຕ່າງໆຂອງແມ່ ແລະລູກໃນທ້ອງ, ເຊິ່ງຈະຊ່ວຍໃຫ້ແມ່ແລະລູກມີສຸຂະພາບດີແລະມີຄວາມປອດໄພ ເມື່ອມາເກີດລູກຢູ່ໂຮງໝໍ. ໄວໜຸ່ມທຸກຄົນແມ່ນມີສິດອຳນາດໃນການຕັດສິນບັນຫາຫຼືແກ້ໄຂບັນຫາຕ່າງໆດ້ວຍ ຕົວຂອງເຂົາເຈົ້າເອງແລະເພື່ອໃຫ້ມີການປັບປຸງກ່ຽວກັບສຸຂະພາບຂອງຊາວໜຸ່ມເອງ. ສະນັ້ນ ສິດທິອຳນາດທີ່ຊາວໜຸ່ມທຸກຄົນມີຢູ່ນັ້ນມັນແມ່ນສິດໃນການຕັດສິນໃຈໃນເລື່ອງ ຕ່າງໆຂອງເຂົາເຈົ້າເພາະວ່າຊາວໜຸ່ມທຸກຄົນມີສິດໃນການວາງແຜນກັບຕົວເອງ, ມີສິດທີ່ຈະມີເພດສຳພັນເມື່ອເຖິງເວລາທີ່ເຂົາເຈົ້າມີຄວາມພ້ອມແລະສາມາດປ້ອງກັນ ຕົວເອງໄດ້ຈາກການຖືພາທີ່ບໍ່ຕັ້ງໃຈແລະຍັງສາມາດຫຼີກລ້ຽງຈາກການຕິດເຊື້ອພະຍາດ ຕິດຕໍ່ທາງເພດສຳພັນ,HIVແລະເອດສ ໄດ້,ມີສິດໃນການຮັບຮູ້ແລະໄດ້ຮັບການເຜີຍແຜ່ ກ່ຽວກັບສຸຂະພາບຈະເລີນພັນແລະໄດ້ຮັບຮູ້ຂໍ້ມູນກ່ຽວກັບສຸຂະພາບຈະເລີນພັນວ່າ ສຸຂະພາບຈະເລີນພັນນັ້ນມັນແມ່ນຫຍັງ, ເວົ້າກ່ຽວກັບຫຍັງ . ດັ່ງນັ້ນ ເມື່ອພວກເຂົາໄດ້ ຮັບຮູ້ຂໍ້ມູນດັ່ງກ່າວແລ້ວ ພວກເຂົາກໍ່ຈະ ມີສິດໃນການຕັດສິນໃຈໃນການແຕ່ງງານຫຼື ພ້ອມທີ່ຈະມີຄອບຄົວແລະມີສິດໃນການຕັດສິນໃຈໃນການເອົາລູກຫຼື ມີຄວາມພ້ອມທີ່ ຈະມີລູກຂອງເຂົາເຈົ້າເອງ. ນັ້ນກໍ່ເພາະວ່າຊາວໜຸ່ມກໍ່ມີຂອບເຂດໃນການຕັດສິນໃຈໃນ ເລື່ອງນັ້ນໆເຊັ່ນກັນ. ດັ່ງນັ້ນ, ຄວາມຮັບຜິດຊອບ ຕໍ່ພຶດຕິກຳດ້ານສຸຂະພາບຈະເລີນພັນ ແມ່ນມີຄວາມໝາຍ ສຳຄັນຫຼາຍຕໍ່ຕົວຂອງຂ້ານ້ອຍເອງແລະຕໍ່ກັບຊາວໜຸ່ມທຸກຄົນກໍ່ເຊັ່ນກັນ, ເພາະວ່າ ສຸຂະພາບຈະເລີນພັນແມ່ນໄດ້ເວົ້າເຖິງຄົນທີ່ມີຄວາມສາມາດທີ່ຈະມີຄວາມຮັບຜິດຊອບ ແລະ ມີຊີວິດທີ່ປອດໄພກ່ຽວກັບເພດ, ມີຄວາມອາດສາມາດໃນການຈະເລີນເຕີບໂຕ ແລະ ມີອິດສະຫຼະໃນການຕັດສິນໃຈວ່າພວກເຂົາຄວນຈະມີເພດສຳພັນເມື່ອໃດ ແລະ ແບບໃດຈື່ງຈະເໝາະສົມ, ຊາວໜຸ່ມທຸກຄົນແມ່ນຈະຕ້ອງມີການຈະເລີນເຕີບໂຕຕາມ ເກນອາຍຸຢ່າງເຕັມທີ່ແລະເໝາະສົມ. ແນ່ນອນວ່າມັນເປັນສິ່ງຊາວໜຸ່ມທຸກຄົນຄວນ ຮັບຮູ້ແລະພ້ອມທີ່ຈະປະຕິບັດມັນຫຼນຳເອົາຄວາມຮູ້ເຫຼົ່ານືິີ້ມານຳໃຊ້ໃຫ້ເກີດປະໂຫຍດ ຕໍ່ຕົວຂອງເຮົາເອງ.ແລະຖ້າເກີດວ່າເຮົາມີຄວາມພ້ອມທີ່ຈະມີຄອບຄົວແລ້ວນັ້ນ ພວກເຮົາກໍ່ຕ້ອງໄດ້ມີຄວາມຮັບຜິດຊອບໃນຫຼາຍໆເລື່ອງ,ຫຼາຍໆດ້ານ ບໍ່ວ່າຈະເປັນ ທາງດ້ານເສດຖະກິດຂອງຄອບຄົວ, ການດູລ້ຽງແລະການດູແລເບິ່ງແຍງຄອບຄົວ ເປັນຕົ້ນແມ່ນການດູແລເບິ່ງແຍງລູກຂອງຕົນໃຫ້ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະຈິດໃຈ. ( ທຸກຄົນເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເປັນຄົນດີໄດ້ ) |