26/03/2014 5:17:58 pm - ໂຄງການເຝິກອົບຮົມວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ຄູ-ອາຈານແຕ່ລະຫ້ອງການສາຍ ປະຈຳສົກຮຽນ 2013-2014 |
ສົ່ງເສີມວິຊາການ![]() ໂຄງການເຝິກອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານໜຶ່ງ ທີ່ສຳຄັນຂອງຂະແໜງການສຶກສາ ດັ່ງນັ້ນ, ວິທະຍາໄລຄູ ສະຫວັນນະເຂດ ຈຶ່ງປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສຶກສາອົບຮົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນໃນສະພາບໃໝ່. ການເຝິກອົບຮົມໃຫ້ຄູເຝິກ ມີຈຳນວນ 12 ທ່ານ ຍິງ 5 ທ່ານ ເຊິ່ງໃນວິຊານີ້ເພື່ອກະກຽມ ເຝິກວິຊາປ້ອງກັນຊາດໃຫ້ແກ່ນັກສຶກສາປີສຸດທ້າຍ. ຈຸດປະສົງເປົ້າໝາຍຂອງການເຝິກອົບຮົມຄັ້ງນີ້ແມ່ນ: - ເພື່ອສ້າງຄູເຝິກວິຊານີ້ສາມາດເຝິກອົບຮົມໃຫ້ນັກສຶກສາປີສຸດທ້າຍ ເປັນກໍາລັງພົນສຳຮອງ ໃຫ້ແກ່ໂຮງຮຽນ. - ເພື່ອໃຫ້ສາມາດນຳໃຊ້ອາວຸດ ແລະ ຍຸດທະວິທີຕ່າງໆເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນເວລາທີ່ມີສະພາບບໍ່ດີເກີດຂຶ້ນ. - ເພື່ອສ້າງໃຫ້ຄູ-ອາຈານມີແນວຄິດທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ເຄົາລົບຕໍ່ຄຳສັ່ງ ແລະ ປະຕິບັດທຸກໜ້າທີ່. ໄລຍະເວລາໃນການເຝິກອົບຮົມແມ່ນມີກຳນົດ 5 ວັນ ເລີ່ມແຕ່ວັນທີ 11-15/03/2014 ເຊິ່ງຜ່ານການເຝິກອົບຮົມໃນຄັ້ງນີ້ສາມາດປະເມີນຄວາມເຂົ້າໃຈໄດດັ່ງນີ້: ດີເລີດ = 65,46%, ດີ = 26,36%, ປານກາງ 7,27% ແລະ ອ່ອນ = 0,91%. |