17/03/2014 1:22:25 pm - ພິທີຕ້ອນຮັບນັກສຶກສາ ຄະນະຄຣຸສາດ ມະຫາວິທະຍາໄລ ຣາຊພັດບຸຣິຣຳ ຊຸດທີ 2 |
ວັດຜົນ-ປະເມີນຜົນ![]() ພິທີຕ້ອນຮັບນັກສຶກສາ ຄະນະຄຣຸສາດ ມະຫາວິທະຍາໄລ ຣາຊພັດບຸຣິຣຳ ຊຸດທີ 2 ຄັ້ງວັນທີ 17 ມີນາ 2014 ທີ່ວິທະຍາໄລຄູ ສະຫວັນນະເຂດ ໃນເວລາ 8 ໂມງ 30 ນາທີ ຂອງເຊົ້າວັນທີ 17 ມີນາ 2014 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສະຫວັນນະເຂດ ໄດ້ມີພິທີຕ້ອນຮັບນັກສຶກສາ ຄະນະຄຣຸສາດ ມະຫາວິທະຍາໄລ ຣາຊພັດບຸຣິຣຳ ຊຸດທີ 2 ຈໍານວນ 12 ຄົນ ຍິງ 10 ຄົນ. ພາຍໃຕ້ການເປັນປະທານກ່າວຕ້ອນຮັບຂອງ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູ ສະຫວັນນະເຂດ, ນອກນັ້ນກໍ່ຍັງມີ ທ່ານຮອງຜູ້ອຳນວຍການຝ່າຍກິດຈະການ, ຫົວໜ້າຫ້ອງການ, ຄະນະຫ້ອງການ ຈາກວິທະຍາໄລຄູ ສະຫວັນນະເຂດ ແລະ ຄະນະຄູອາຈານຈຳນວນ 02 ທ່ານ ພ້ອມນັກສຶກສາ ຈໍານວນ 12 ຄົນ ຍິງ 10 ຄົນ ຄະນະຄຣຸສາດ ມະຫາວິທະຍາໄລ ຣາຊພັດບຸຣິຣຳ ເຂົ້າຮ່ວມ. ຮູບພາບ ແລະ ຮຽບຮຽງໂດຍ: ອະນຸໄຊ ສຸຂະລາດ |