04/03/2014 8:22:17 pm - ກອງປະຊຸມແນະນຳກ່ຽວກັບການຕິດຕັ້ງ ແລະ ແນະນຳຖານຂໍ້ມູນລະບົບ TEMIS |
ວັດຜົນ-ປະເມີນຜົນ![]() ກອງປະຊຸມແນະນຳກ່ຽວກັບການຕິດຕັ້ງ ແລະ ແນະນຳຖານຂໍ້ມູນລະບົບ TEMIS ທີ່ວິທະຍາໄລຄູບ້ານເກິນ, ຄັ້ງວັນທີ 24-26 ກຸມພາ 2014 ທີ່ວິທະຍາໄລຄູບ້ານເກິນ, ຄັ້ງວັນທີ 24 ກຸມພາ 2014 ໄດ້ມີການຈັດກອງປະຊຸມແນະນຳກ່ຽວກັບການຕິດຕັ້ງ ແລະ ແນະນຳຖານຂໍ້ມູນລະບົບ TEMIS ໃຫ້ກັບພະນັກງານທີ່ສັງກັດທີ່ຫ້ອງການວັດປະເມີນຜົນ ຂອງ ວິທະຍາໄລຄູ ທັງ 8 ແຫ່ງ. ພາຍໃຕ້ການເປັນປະທານຂອງທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ແລະ ທ່ານ ອຸດອນ ເທບວົງສາ ຜູ້ອຳນວຍການ ວິທະຍາໄລຄູ ບ້ານເກິນ. ນອກຈາກນັ້ນ, ຍັງປະກອບມີແຂກ ແລະ ສຳມະນາກອນ ຈາກພາກສ່ວນທີ່ກ່ຽວຂ້ອງທັງໝົດ 38 ທ່ານ ຍິງ 7 ທ່ານ ດັ່ງນີ້: 1. ທ່ານ ເກດ ພັນລັກ ຮອງຫົວໜ້າກົມສ້າງຄູ 2. ທ່ານ ຄູນ ພົມມະທາ ຮອງຜູ້ອຳນວຍການຝ່າຍວິຊາການ ວິທະຍາໄລຄູບ້ານເກິນ 3. ທ່ານ ມະອາລີ ວໍລະບຸດ ຫົວໜ້າພະແນກປະເມີນຜົນກົມສ້າງຄູ 4. ທ່ານ ຄະນະຫ້ອງການວັດປະເມີນຜົນ ວິທະຍາໄລຄູ ທັງ 8 ແຫ່ງ 5. ສຳມະນາກອນ ຈາກ ວິທະຍາໄລຄູ ທັງ 8 ແຫ່ງ (ສໍາລັບ ວິທະຍາໄລຄູສະຫວັນນະເຂດ ປະກອບມີ 3 ທ່ານ ຄື: ທ່ານ ບໍລົມ ເກດຕະວົງ ຫົວໜ້າຫ້ອງການວັດປະເມີນຜົນ, ທ່ານ ອະນຸໄຊ ສຸຂະລາດ ຫົວໜ້າໜ່ວຍງານເກັບກໍາ-ສັງລວມຂໍ້ມູນ ແລະ ທ່ານ ມະນູສັກ ຈັດຕຸໄຊ ຫົວໜ້າໜ່ວຍງານ ICT) ໃນຕອນຕົ້ນ ທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ກໍ່ໄດ້ຂຶ້ນກ່າວທິດຊີ້ນຳ ແລະ ກ່າວເປີດພິທີຢ່າງເປັນທາງການ ແລະ ໃນຕອນທ້າຍກ່ອນທີ່ທ່ານຈະກ່າວເປີດພິທີ ທ່ານຫົວໜ້າກົມສ້າງຄູ ກໍ່ໄດ້ເນັ້ນ ເຖິງຄວາມສຳຄັນຂອງລະບົບຖານຂໍ້ມູນ ແລະ ທີ່ສຳຄັນແມ່ນໃຫ້ທຸກພາກສ່ວນນຳເອົາຄວາມຮູ້ທີ່ໄດ້ຈາກກອງປະຊຸມຄັ້ງນີ້ ແລ້ວນຳໄປ ຜັນຂະຫຍາຍໃຫ້ກັບພະນັກງານພາຍໃນວິທະຍາໄລຄູຂອງຕົນ ທັງເປັນກາທົດສອບຄວາມສາມາດ, ສະມັດຖະພາບຂອງຄູ ແລະ ຕ້ອງມີການຊ່ວຍເຫຼືອກັນພາຍໃນ ວິທະຍາໄລຄູທັງ 8 ແຫ່ງ ໃຫ້ມີຄວາມກ້າວໜ້າໄປພ້ອມໆກັນ. ສຳລັບວິທະຍາກອນໃນຄັ້ງນີ້ ແມ່ນ ອາຈານ ມະນູສັກ ຈັດຕຸໄຊ ຈາກວິທະຍາໄລຄູສະຫວັນນະເຂດ ເປັນຜູ້ທີ່ຂຽນໂປຣແກຣມນີ້ຂຶ້ນມາ ແລ້ວສົມທົບກັບກົມສ້າງຄູ ຈັດກອງປະຊຸມນີ້ຂຶ້ນມາ. ໃນການເຝິກອົບຮົມຄັ້ງນີ້ປະກອບມີ 9 ໂມດູນ ຄື: 1. ການລົງທະບຽນນັກສຶກສາ 2. ການແກ້ໄຂຂໍ້ມູນນັກສຶກສາ 3. ການປ້ອນຄະແນນ ແລະ ການຮຽນການສອນ 4. ການກວດປະຫວັດ + ອັບເດດຂໍ້ມູນ + ພິມໃບປະຄະແນນ 5. ການປ້ອນຂໍ້ມຸນພະນັກງານ ແລະ ໃບທະບຽນນັກສຶກສາ 6. ການບັນທຶກການນຳໃຊ້ 7. ການຄວບຄຸມລະບົບ 8. ການຕັ້ງຄ່າໂປຣແກຣມ 9. ການລາຍງານ (ລາຍງານກົມສ້າງຄູດ້ວຍຟາຍເອເລັກໂຕນິກ). ຫຼັງຈາກສິ້ນສຸດການອົບຮົມ ເປັນເວລາ 2 ວັນ ສາມາດສະຫຼຸບໄດ້ວ່າ ບັນດາສຳມະນາກອນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນສາມາດຮັບຮູ້ ແລະ ເຂົ້າໃຈເຖິງວິທີການຕິດຕັ້ງ ແລະ ນຳໃຊ້ລະບົບຖານຂໍ້ມູນໃນລະດັບພື້ນຖານ ແລະ ກໍ່ຍັງມີບາງຈຸດທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ມັນສະດວກຂຶ້ນຕື່ມອີກ. ຮອດເວລາ 4 ໂມງ 00 ນາທີ ທ່ານ ອຸດອນ ເທບວົງສາ ຜູ້ອຳນວຍການວິທະຍາໄລຄູບ້ານເກິນ ກໍ່ໄດ້ຂຶ້ນກ່າວສະຫຼູບ ແລະ ກ່າວຄຳຂອບໃຈຕໍ່ກັບການມາຈັດກອງປະຊຸມ ຢູ່ສະຖານທີແຫ່ງນີ້ ພ້ອມທັງກ່າວປິດກອງປະຊຸມດັ່ງກ່າວລົງຢ່າງເປັນທາງການ. ຮຽບຮຽງ ແລະ ລາຍງານຂ່າວໂດຍ : ອະນຸໄຊ ສຸຂະລາດ |