ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



04/03/2014 3:26:06 pm - ລັດວິສະຫະກິດອຸປະກອນການສຶກສາ ມອບອຸປະກອນການສຶກສາ ແລະ ເຄື່ອງທົດລອງໃຫ້ກົມສ້າງຄູ
ວັດຜົນ-ປະເມີນຜົນ


ລັດວິສະຫະກິດອຸປະກອນການສຶກສາ ມອບອຸປະກອນການສຶກສາ ແລະ ເຄື່ອງທົດລອງໃຫ້ກົມສ້າງຄູ
ບໍລິສັດລັດວິສະຫະກິດອຸປະກອນການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບອຸປະກອນ ການຮຽນ-ການສອນ ແລະ ອຸປະກອນເຄື່ອງທົດລອງວິທະຍາສາດ ມູນຄ່າ 7.999.964.000 ກີບ ໃຫ້ແກ່ ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ເພື່ອມອບໃຫ້ບັນດາວິທະຍາໄລສ້າງຄູ 8 ແຫ່ງ ທົ່ວປະເທດ ໄດ້ມີອຸປະກອນປະກອບການຮຽນ-ການສອນ ຕິດພັນກັບການປະຕິບັດຕົວຈິງຫຼາຍຂຶ້ນ, ທັງນີ້ກໍເພື່ອຍົກສູງ ຄຸນະພາບການສຶກສາໃຫ້ນັບມື້ນັບສູງຂຶ້ນເທື່ອລະກ້າວ.
ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອ ວັນທີ 21 ມັງກອນ ຜ່ານມານີ້ ທີ່ວິທະຍາໄລຄູບ້ານເກິນແຂວງວຽງຈັນ ໃຫ້ກຽດມອບຂອງ ທ່ານ ສອນໄຊ ເພັດພະຈັນ ຜູ້ອຳນວຍການບໍລິສັດລັດວິສະຫະກິດອຸປະກອນການສຶກສາ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ດຣ ກອງສີ ແສງມະ ນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນ ຫົວໜ້າກົມອ້ອມຂ້າງກະຊວງ, ຜູ້ອໍານວຍການວິທະຍາໄລຄູບ້ານເກິນ, ພະນັກງານວິຊາການ, ຄູ-ອາຈານເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ເພັດພະຈັນກໍໄດ້ກ່າວວ່າ: ບໍລິສັດລັດວິສະຫະກິດອຸປະກອນການ ສຶກສາ ເປັນບໍລິສັດຂອງລັດທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ເຊິ່ງເປັນຄັ້ງທຳອິດທີ່ບໍລິສັດໄດ້ປະ ກອບສ່ວນສະໜອງອຸປະກອນການຮຽນ-ການສອນ ແລະ ອຸປະກອນເຄື່ອງທົດລອງວິທະຍາສາດໃຫ້ແກ່ ບັນດາວິທະຍາໄລຄູ 8 ແຫ່ງ ທົ່ວປະເທດ, ມາຮອດປັດຈຸບັນໄດ້ສຳເລັດການສົ່ງມອບອຸປະກອນດັ່ງກ່າວ ແລ້ວ ຍັງເຫຼືອແຕ່ການຈັດຝຶກອົບຮົມໃຫ້ແກ່ນັກສຳມະນາກອນຢູ່ແຕ່ລະວິທະຍາໄລຄູ ໂດຍຈະໄດ້ໃຊ້ເວລາ 3 ວັນກ່ຽວກັບວິທີນຳໃຊ້, ການບົວລະບັດຮັກສາ ແລະ ການບໍລິຫານຄຸ່ມຄອງເພື່ອໃຫ້ຜູ້ຮັບຜິດຊອບຫ້ອງ ທົດລອງໄດ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ສານຳໃຊ້ເຄື່ອງທົດລອງເຂົ້າໃນການຮຽນ-ການສອນໃຫ້ມີປະ ສິດທິຜົນສູງສຸດ.
ໃນພິທີດັ່ງກ່າວ ທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນຂອງການນຳໃຊ້ເຄື່ອງທົດລອງວິທະຍາສາດ ເພື່ອປະກອບເຂົ້າໃນການຮຽນ-ການສອນ ໃນ ພາກປະຕິບັດຕົວຈິງ ພາຍຫຼັງທີ່ໄດ້ຮຽນທິດສະດີໃນຫ້ອງຮຽນ, ເຊິ່ງອຸປະກອນດັ່ງກ່າວນີ້ ຈະເປັນການປະ ກອບສ່ວນສຳຄັນເຂົ້າໃນການຮຽນ-ການສອນ ເວົ້າລວມ, ເວົ້າສະເພາະ ວິຊາເຄມີ, ຟິຊິກ ແລະ ຊີວະສາດ ຊຶ່ງມັນເປັນຂີດໝາຍໜຶ່ງໃນການພັດທະນາວຽກງານສ້າງຄູ ແລະ ຍົກສູງຄຸນນະພາບສ້າງຄູໃນສະຖາບັນ ການສຶກສາຕ່າງໆໃຫ້ສູງຂຶ້ນເທື່ອລະກ້າງທຽບເທົ່າກັບພາກພື້ນ ແລະ ສາກົນ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ