11/11/2010 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ຈັດໃຫ້ມີການສອບເສັງ ເພື່ອຄັດເລຶອກເອົາ ລັດຖະກອນໃໝ່ ປະຈຳສົກຮຽນ 2010-2011 |
ວັດຜົນ-ປະເມີນຜົນ![]() ໃນຕອນບ່າຍຂອງວັນທີ 8/11/2010 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີການສອບເສັງ ຄັດເລືອກພະນັກງານ-ລັດຖະກອນໃໝ່ ປະຈຳສົກ ຮຽນ 2010-2011 ຂື້ນຢ່າງເປັນ ທາງການ ໂດຍການເປັນ ປະທ່ານ ເປີດຊອງ ບົດສອບເສັງ ຂອງທ່ານ ບຸນເຫຼື່ອມ ວໍລະສານ ຮອງຄະນະອຳນວຍການ ຝ່າຍ ວິຊາການ ແລະ ຄະນະກຳມະການ ຈາກຫ້ອງການ ຈັດຕັ້ງພັກ-ພະນັກງານ, ຫ້ອງການວັດຜົນ-ປະເມີນຜົນ ເຂົ້າຮ່ວມເປັນສັກຂີພະຍານ. ໂດຍການ ສອບເສັງແມ່ນມີ ພະນັກງານ ອາສາສະໝັກ ແລະ ນັກສຶກສາຈົບໃໝ່ ເຂົ້າສອບເສັງທັງໝົດ 25 ຄົນ ໃນນັ້ນຈະໄດ້ ຄັດເລືອກເອົາ ຈຳນວນຕົວຈິງ 21 ຄົນ. ການສອບເສັງ ແມ່ນໄດ້ດຳເນີນ ໄປຢ່າງໄດ້ ຮັບຜົນດີ. |