ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



17/02/2014 1:39:30 pm - ການມາແລກປ່ຽນຄວາມຮູ້ດ້ານວິຊາການ ແລະ ວັດທະນະທຳ ຈາກ ມະຫາວິທະຍາໄລ ຣາຊະພັດ ພິບູນສົງຄາມພິດສະນຸໂລກ, ປະເທດໄທ
ວັດຜົນ-ປະເມີນຜົນ


ການມາແລກປ່ຽນຄວາມຮູ້ດ້ານວິຊາການ ແລະ ວັດທະນະທຳ ຈາກ ມະຫາວິທະຍາໄລ ຣາຊະພັດ ພິບູນສົງຄາມພິດສະນຸໂລກ, ປະເທດໄທ

ຄັ້ງວັນທີ 16 ມັງກອນ 2014, ເວລາ 10 ໂມງ 30 ນາທີ ທີ່ຫ້ອງປະຊຸມຊັ້ນ 2 ວຄສ ໄດ້ມີການຕ້ອນຮັບການມາຂໍ ແລກປ່ຽນຄວາມຮູ້ດ້ານວິຊາການ ແລະ ວັດທະນະທຳ ຂອງຄະນະຄູອາຈານ ແລະ ນັກສຶກສາຊັ້ນປີທີ 3 ຄະນະສາຂານິເທດສາດ ຈາກ ມະຫາວິທະຍາໄລ ຣາຊະພັດ ພິບູນສົງຄາມພິດສະນຸໂລກ, ປະເທດໄທ.
ເປັນກຽດເຂົ້າຮ່ວມ ຈາກຝ່າຍ ວຄສ ປະກອບມີ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ພ້ອມຄະນະ, ຫົວໜ້າຫ້ອງການ ແລະ ຄູອາຈານ ຈຳນວນໜຶ່ງ. ຈາກຝ່າຍມະຫາວິທະຍາໄລ ຣາຊະພັດ ພິບູນສົງຄາມພິດສະນຸໂລກ, ປະເທດໄທ ປະກອບມີ ທ່ານ ນາງບຸດສະບາ ຫິນເທົາ ຜູ້ຊ່ວຍສາດສະດາຈານ ທັງເປັນ ຄະນະບໍດີຝ່າຍວິຊາການ, ທ່ານ ອະດີດຄະນະບໍດີ ຮອງສາດສະດາຈານ ດຣ. ສຸວາຣີ, ຄະນະຄູອາຈານ ແລະ ນັກສຶກສາ ຊັ້ນປີທີ 3 ຄະນະສາຂາ ນິເທດສາດ ຈຳນວນ 25 ຄົນ.
ຈຸດປະສົງຂອງການມາໃນຄັ້ງນີ້ປະກອບມີ:
1. ການຂໍຮ່ວມກິດຈະກຳການຮຽນ-ການສອນ
2. ການໃຊ້ພາສາເຂົ້າໃນການຮຽນການສອນ
3. ນຳສະເໜີສິລະປະ-ວັດທະນະທຳໄທ (ລຳຄຽວກ່ຽວເຂົ້າ)ໃຫ້ກັບ ຄູອາຈານ ແລະ ນັກສຶກສາລາວໄດ້ຮັບຮູ້

ໂດຍມີ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າຫ້ອງການບໍລິຫານ ຮັບຜິດຊອບວຽກງານພົວພັນຕ່າງປະເທດ ທັງເປັນຈັດຕັ້ງພິທີ ໃນກອງປະຊຸມຄັ້ງນີ້. ໃນຕອນຕົ້ນ ແມ່ນທ່ານ ຜູ້ອຳນວຍການ ວຄສ ເປັນຜູ້ຂຶ້ນກ່າວສະພາບລວມຂອງວຄສ ແລະ ທັງກ່າວຕ້ອນຮັບ, ໃນລຳດັບຕໍ່ມາ ແມ່ນ ທ່ານ ນາງບຸດສະບາ ຫິນເທົາ ຜູ້ຊ່ວຍສາດສະດາຈານ ທັງເປັນ ຄະນະບໍດີຝ່າຍວິຊາການ ຂຶ້ນກ່າວແນະນຳທີມງານ ແລະ ກ່າວຈຸດປະສົງໃນການມາຄັ້ງນີ້. ຫຼັງຈາກນັ້ນ, ກໍ່ໄດ້ມີການແລກປ່ຽນວັດທະນະທຳ ແລະຄວາມຮູ້ທາງດ້ານວິຊາການ ເຊິ່ງກັນ ແລະ ກັນ. ສຸດທ້າຍ ກໍ່ມີການມອບຂອງຂວັນຈາກມະຫາວິທະຍາໄລ ຣາຊະພັດ ພິບູນສົງຄາມພິດສະນຸໂລກ, ປະເທດໄທ. ຈາກນັ້ນ, ກໍ່ມີການຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ ແລະ ພິທີດັ່ງກ່າວກໍ່ໄດ້ຈົບສິ້ນລົງຢ່າງເປັນທາງການ ໃນເວລາ 11 ໂມງ 30 ນາທີ.

ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ