ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



14/02/2014 2:49:50 pm - ວັນມາຄະບູຊາ ຫຼືວັນບຸນເດືອນສາມເພັງ
ວັດຜົນ-ປະເມີນຜົນ


ວັນມາຄະບູຊາ ຫຼືວັນບຸນເດືອນສາມເພັງ
ຂໍຄວາມສຸກກາຍສຸກໃຈຈົ່ງເກີດແກ່ທຸກທ່ານທີ່ພົບເຫັນຂ່າວນີ້

ເດືອນສາມຂຶ້ນ 15 ຄ່ຳ ກ່ອນ ພສ 45 ປີ ຫຼືກ່ອນໜ້າມື້ນີ້ 2602 ປີ, ໄດ້ມີພະສົງຈຳນວນ 1250 ອົງ ມາຟັງເທດຈາກພະພຸດທະເຈົ້າ(ການສະແດງໂອວາທະປະຕິໂມກຄັ້ງທຳອິດ) ໂດຍບໍ່ໄດ້ນັດໝາຍ, ພະສົງທັງໝົດເຫຼົ່ານັ້ນລ້ວນແຕ່ເປັນພະອໍລະຫັນ, ພະສົງທັງຫຼາຍເຫຼົ່ານັ້ນລ້ວນແຕ່ເປັນພະສົງທີ່ພະພຸດທະເຈົ້າເປັນຜູ້ບວດໃຫ້ທັງນັ້ນ.

ໃຈຄວາມໂດຍສະຫຼຸບຫຍໍ້ທີ່ສຸດທີ່ພະພຸດທະອົງເທດໃນມື້ນັ້ນຄື: "ໃຫ້ລະຈາກຄວາມຊົ່ວທັງປວງ, ຕັ້ງໃຈສ້າງແຕ່ຄວາມດີ ແລະເຮັດຈິດໃຈໃຫ້ຜ່ອງໃສ"

(ຂໍອະນຸໂມທະນາກັບການສົ່ງຕໍ່ສິ່ງນີ້ ເພື່ອເປັນການເຜີຍແຜ່ຄຳສອນຂອງພະພຸດທະເຈົ້າ ແລະສືບສານສາດສະໜາພຸດໃຫ້ຈະເລີນສືບຕໍ່ໄປ ຕາບເທົ້າ 5000 ພະວັດສາ)

ຮຽບຮຽງໂດຍ: ອາຈານ ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ