03/01/2014 2:00:00 pm - ສະພາວິຊາການປະຈຳພາກຮຽນທີ 1 ສົກຮຽນ 2013-2014 |
ວັດຜົນ-ປະເມີນຜົນ![]() ກອງປະຊຸມສະພາວິຊາການປະຈຳພາກຮຽນທີ 1 ສົກຮຽນ 2013-2014 ໄດ້ດຳເນີນຂຶ້ນ ໃນວັນສຸກທີ 03/12/2013 ເວລາ 13:00 ທີ່ຫ້ອງປະຊຸມຊັ້ນ 2 ວິທະຍາໄລຄູ ສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມໂດຍຄະນະອຳນວຍການ ແລະ ຄູສອນທັງໝົດ. ຈຸດປະສົງຂອງກອງປະຊຸມແມ່ນ: 1. ເພື່ອທວນຄືນລະບຽບທາງດ້ານວິຊາການກ່ຽວກັບການສອບເສັງ. 2. ເພື່ອຄົ້ນຄວ້າກ່ຽວກັບນັກສຶກສາທີ່ບໍ່ມີສິດເຂົ້າສອບເສັງພາກຮຽນທີ 1 ສົກຮຽນ 2013-2014. 3. ເພື່ອປຶກສາຫາລືຮູບແບບ ແລະ ວິທີການສອບເສັງພາກຮຽນ 1 ສົກຮຽນ 2013-2014. 4. ເພື່ອຕົກລົງບັນຫາຕ່າງໆທີ່ກ່ຽວພັນກັບວຽກວິຊາການ. ໃນກອງປະຊຸມດັ່ງກ່າວ ຫ້ອງການສົ່ງເສີມວິຊາການໄດ້ສະເໜີກ່ຽວກັບລະບຽບທາງ ວິຊາການ, ຜ່ານລາຍຊື່ຜູ້ທີ່ບໍ່ມີສິດສອບເສັງ ແລະ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບຜູ້ບໍ່ມີສິດ ສອບເສັງໃນພາກຮຽນທີ 1. ກອງປະຊຸມຍັງໄດ້ຕົກລົງເຫັນດີເອົາໄລຍະສອບເສັງພາກຮຽນທີ 1 ສົກຮຽນ 2013-2014 ສຳລັບປີທີ 2 ຫາປີທີ 5 ແມ່ນເລີ່ມແຕ່ວັນທີ 08-17/01/2014 ໂດຍໃຫ້ແຕ່ລະຫ້ອງການສາຍ ຈັດຕັ້ງການສອບເສັງ. ລໍາດັບການສອບເສັງແມ່ນເສັງວິຊາລວມກ່ອນ ຈຶ່ງດຳເນີນການ ສອບເສັງວິຊາສະເພາະ. ນັກສຶກສາປີທີ 1 ແມ່ນເລີ່ມສອບເສັງວັນທີ 10-14/02/2014. ໃນທ້າຍກອງປະຊຸມ ໄດ້ຜ່ານແຜນງານພາກຮຽນທີ 2 ໂດຍຫຍໍ້ ເຊິ່ງໄດ້ຕົກລົງເຫັນດີດັ່ງນີ້: - ໄລຍະພັກພາກຮຽນທີ 1 ເລີ່ມແຕ່ວັນທີ 20-24/01/2014. - ລົງເຝິກອົບຮົມເອກະສານຕ່າງໆໃຫ້ແຕ່ລະສູນເຝິກຫັດວິຊາຊີບ ແຕ່ວັນທີ 20-24/01/2014. - ເຂົ້າຮຽນພາກຮຽນທີ 2 ເລີ່ມວັນທີ 27/01/2014 ຫາວັນທີ 20/06/2014. - ນັກສຶກສາປີສຸດທ້າຍເຝິກອົບຮົມເອກະສານຕ່າງໆກ່ອນລົງເຝິກຫັດວິຊາຊີບ 27-31/01/2014. - ນັກສຶກສາປີສຸດທ້າຍລົງເຝິກຫັດ 03/02/2014 - 11/04/2014. ກອງປະຊຸມໄດ້ປິດລົງໃນເວລາ 16:00. |