ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



28/12/2013 10:05:23 am - ພິທີປະກາດລະບົບການຈັດຕັ້ງຂອງ ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2013-2014
ວັດຜົນ-ປະເມີນຜົນ


ພິທີປະກາດລະບົບການຈັດຕັ້ງຂອງ ວິທະຍາໄລຄູ ສະຫວັນນະເຂດ ດຳເນີນຂຶ້ນ
ໃນຄັ້ງວັນທີ 27/12/2013 ທີ່ຫ້ອງປະຊຸມຊັ້ນ 2 ເວລາ 13:30.

ເປັນກຽດເຂົ້າຮ່ວມໃນພິທີໂດຍທ່ານ ທອງຜິວ ບຸດສະດີ ຄະນະປະຈຳພັກກະຊວງ
ຜູ້ຊ່ວຍລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ. ນອກນັ້ນຍັງມີຕ່າງໜ້າ
ກະຊວງສຶກສາທິການ ແລະ ກິລາ, ກົມສ້າງຄູ, ຄະນະຈັດຕັ້ງແຂວງສະຫວັນນະເຂດ,
ກົມຈັດຕັ້ງ ແລະ ພະນັກງານ, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ,
ຄະນະອຳນວຍການວິທະຍາໄລ ວິທະຍາສາດ ແລະ ສຸຂະພາບ,
ວິທະຍາໄລກົດໝາຍພາກໃຕ້, ໂຮງຮຽນເຕັກນິກວິຊາຊີບ,
ມະຫາວິທະຍາໄລ ສະຫວັນນະເຂດ, ມສ ສາທິດ, ມສ ອຸດົມວິໄລ,
ປະຖົມສົມບູນສາທິດ, ຄູ-ອາຈານພາຍໃນວິທະຍາໄລຄູ ສະຫວັນນະເຂດ ເຂົ້າຮ່ວມ.

ພິທີດັ່ງກ່າວປະກອບມີ 2 ຈຸດປະສົງຄື:
1. ຜ່ານຂໍ້ຕົກລົງວ່າດ້ວຍພະນັກງານເຂົ້າບໍານານ.
2. ຜ່ານລະບົບການຈັດຕັ້ງຂອງ ວິທະຍາໄລຄູ ສະຫວັນນະເຂດ.

ເປັນກຽດໃນການຜ່ານຂໍ້ຕົກລົງວ່າດ້ວຍພະນັກງານເຂົ້າບຳນານໂດຍ
ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໂດຍເຫັນດີໃຫ້
ທ່ານ ບຸນຊູ ສຸລິເດດ ແລະ ທ່ານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອຳນວຍການ ແລະ
ສິດສອນສັງກັດຢູ່ ວິທະຍາໄລຄູ ສະຫວັນນະເຂດ ອອກການເພື່ອຮັບເບ້ຍບຳນານ
ຕັ້ງແຕ່ວັນທີ 01/01/2014 ເປັນຕົ້ນໄປ ໂດຍອີງຕາມນະໂຍບາຍຕາມດຳລັດ 70/ນຍ ແລະ
ບົດແນະນຳ 2839/ຮສສ.

ເປັນກຽດໃນການຜ່ານຂໍ້ຕົກລົງແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານໂດຍ
ທ່ານ ຊົມພູ ວິຈິດຕຣາ ຮອງຫົວໜ້າກົມສ້າງຄູ ໂດຍເຫັນດີແຕ່ງຕັ້ງຫົວໜ້າຫ້ອງການ
ຂອງ ວິທະຍາໄລຄູ ສະຫວັນນະເຂດ ຈຳນວນ 10 ທ່ານ, ຍິງ 2 ທ່ານ. ແຕ່ງຕັ້ງ
ຮອງຫົວໜ້າຫ້ອງການຈຳນວນ 14 ທ່ານ, ຍິງ 3 ທ່ານ. ແຕ່ງຕັ້ງຫົວໜ້າໜ່ວຍງານຈຳນວນ
33 ທ່ານ, ຍິງ 14 ທ່ານ. ແຕ່ງຕັ້ງຮອງຫົວໜ້າໜ່ວຍງານຈໍານວນ 30 ທ່ານ, ຍິງ 14 ທ່ານ.

ຫຼັງຜ່ານຂໍ້ຕົກລົງທ່ານ ທອງຜິວ ບຸດສະດີ ໄດ້ໃຫ້ຄຳເຫັນ ກ່ຽວກັບສະພາບທາງດ້ານ
ສັງຄົມປັດຈຸບັນທີ່ປ່ຽນແປງ ແລະ ພັດທະນາຂຶ້ນ ເຊິ່ງທ່ານໄດ້ເນັ້ນໃຫ້ຄູ-ອາຈານ
ພາຍໃນ ວິທະຍາໄລຄູ ສະຫວັນນະເຂດ ເພີ່ມທະວີຄວາມສາມັກຄີໃນການພັດທະນາ
ສະຖາບັນໃຫ້ເຂັ້ມແຂງ.

ໃນທ້າຍພິທີຕ່າງໜ້າຈາກຫ້ອງການຕ່າງໆ ໄດ້ມອບຂອງຂວັນໃຫ້ພະນັກງາານທີ່
ອອກຮັບບຳນານ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ