14/12/2013 10:19:25 am - ກອງປະຊຸມແນະນຳຄູສອນໃນສະຖາບັນສ້າງຄູ ຫຼັກສູດປະລິນຍາຕີ 12+4 (ສອນໄດ້ແຕ່ ມ1 ຫາ ມ7) |
ວັດຜົນ-ປະເມີນຜົນ![]() ກອງປະຊຸມແນະນຳຄູສອນໃນສະຖາບັນສ້າງຄູ ກ່ຽວກັບການຈັດຕັ້ງປະຕິບັດຫຼັກສູດ ສ້າງຄູມັດທະຍົມ ລະດັບປະລິນຍາຕີ ທີ່ສາມາດສອນໄດ້ແຕ່ ມ1 ຫາ ມ7 ຈັດຂຶ້ນຢູ່ທີ່ ວິທະຍາໄລຄູ ປາກເຊ, ແຂວງຈຳປາສັກ. ໂດຍຈຸດປະສົງແມ່ນເພື່ອທົບທວນບາງທິດສະດີກ່ຽວກັບການຈັດຕັ້ງການຮຽນ-ການສອນ ທີ່ຜ່ານມາ ແລະ ເປັນການລົງເລິກຫຼັກສູດລາຍວິຊາ ໃນ 15 ສາຂາ ລະດັບປະລິນຍາຕີ ທີ່ສາມາດສອນໄດ້ແຕ່ ມ1 ຫາ ມ7. ເຂົ້າຮ່ວມໃນກອງປະຊຸມມີຫົວໜ້າກົມສ້າງຄູ ທ່ານ ຈັນດີ ພົມມະບຸດ ເປັນປະທານ ກ່າວເປີດພິທີ, ນອກຈາກນັ້ນກໍ່ມີຕ່າງໜ້າຈາກກະຊວງ ແລະ ກົມທີ່ກ່ຽວຂ້ອງເຊັ່ນ: ມະຫາວິທະຍາໄລຈຳປາສັກ, ສູນພັດທະນາຄູ, ກົມພະລະສຶກສາ ແລະ ສິລະປະສຶກສາ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດ, ຊ່ຽວຊານໂຄງການ SESDP ແລະ ຕ່າງໜ້າສະຖາບັນສ້າງຄູແຫ່ງຕ່າງໆໃນພາກໃຕ້. ກອງປະຊຸມຈັດຂຶ້ນຕັ້ງແຕ່ວັນທີ 9/12/2013 ຫາວັນທີ 11/12/2013 ເຊິ່ງໃນນັ້ນຈະໄດ້ ຮ່ວມກັນຄົ້ນຄວ້າກ່ຽວກັບພາບລວມຂອງຫຼັກສູດສ້າງຄູມັດທະຍົມ, ທົບທວນການຮຽນ- ການສອນແບບເອົາຜູ້ຮຽນເປັນໃນກາງ, ການນຳໃຊ້ແຜນວາດຊ່ວຍຈື່, ການນຳໃຊ້ ICT ເຂົ້າໃນການຫາຂໍ້ມູນ, ການວັດຜົນການຮຽນໂດຍນຳໃຊ້ເກນການໃຫ້ຄະແນນແບບ Rubric ແລະ ການແຕ່ງບົດສອນແບບ UbD. |