28/11/2013 10:41:29 am - ກອງປະຊຸມເຝິກອົບຮົມການນຳໃຊ້ໂປຣແກຣມ Geogebra ແລະ Maple 17 ເຂົ້າໃນການສອນຄະນິດສາດໃຫ້ແກ່ຄູສອນຄະນິດສາດ |
ວັດຜົນ-ປະເມີນຜົນ![]() ກອງປະຊຸມໄດ້ເລີ່ມແຕ່ເວລາ 8:00 ນາທີ ຂອງວັນທີ 16/11/2013 ໂດຍແມ່ນ: ທ່ານ ກື່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູ ສະຫວັນນະເຂດ ໄດ້ຮັບກຽດເປັນປະທານ ແລະ ກ່າວເປີດພິທີຢ່າງເປັນທາງການ, ທ່ານ ສຸພັນ ແສນວິເສດ ຫົວໜ້າຫ້ອງການວັດ-ຜົນປະເມີນຜົນ ເປັນກຳມະການ, ທ່ານ ບໍລົມ ເກດຕະວົງ ຫົວໜ້າຫ້ອງການພັດທະນາຄູ ເປັນກຳມະກາ, ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ມີບັນດາຄູ-ອາຈານທີ່ສອນຄະນິດສາດ ຈາກວິທະຍາໄລຄູສະຫວັນນະເຂດ ຈຳນວນ 23 ທ່ານ, ຍິງ 10 ທ່ານ ແລະ ການເຝິກອົບຮົມໄດ້ປິດລົງໃນວັນທີ 17/11/2013 ລວມ 16 ຊົ່ວໂມງ. ເນື້ອໃນທີ່ນຳສະເໜີໃນກອງປະຊຸມຄັ້ງນີ້ມີຄື: 1. ຄວາມຮູ້ເບື້ອງຕົ້ນຂອງໂປຣແກຣມ Geogebra 2. ເມນູ (Menu Geogebra) 3. ເຄື່ອງມືໃນການສ້າງແຕ້ມຮູບ 4. ຮູບສາມແຈ ແລະ ມູມ 5. ເສັ້ນຊື່ຕັ້ງສາກ ແລະ ເສັ້ນຊື່ຂະໜານ 6. ແຕ້ມເສັ້ນສະແດງຂອງຕຳລາ 7. ນຳໃຊ້ສະໄລເດີ (Sliders) ເພື່ອປ່ຽນເສັ້ນສະແດງ 8. ປ່ຽນແປງຮູບເລຂາຄະນິດ 9. ນຳໃຊ້ທູນ (Tools) (ສ້າງຈຸດໃຈກາງຂອງວົງມົນແນບໃນ) 10. ສ້າງຮູບສີ່ແຈຂ້າງຂະໜານ 11. ສະຖິຕິ 12. ການຄິດໄລ່ 13. ມາຕຣີສ (Matrices) 14. ຄວາມຮູ້ເບື້ອງຕົ້ນຂອງໂປຣແກຣມ Maple 17 15. ແນະນຳ ແລະ ການນຳໃຊ້ expression 16. ການຄິດໄລ່ສັງຄະນິດຊ້ອນສອງ 17. ການຄິດໄລສັງຄະນິດເສັ້ນ 18. ການຄິດໄລ່ເນື້ອທີ່ ແລະ ບໍລິມາດຂອງຕຳລາປີ່ນອ້ອມແກນ ຜ່ານການເຝິກອົບຮົມໃນຄັ້ງນີ້ເຫັນວ່າ: ບັນດາສຳມະນາກອນໄດ້ຮັບຄວາມຮູ້ອັນໃໝ່ ແລະ ເປັນປະໂຫຍດຫຼາຍ ເຊິ່ງສອດຄ່ອງກັບຄວາມຕ້ອງການຂອງບັນດາຄູ-ອາຈານ ທີ່ສອນຄະນິດສາດ ແລະ ສາມາດນຳໄປໃຊ້ໃນວຽກງານສິດສອນຕົວຈິງ. |