01/11/2010 12:00:00 am - ພິທີເປີດການດຳເນີນ ກິດຈະກຳນັກສຶກສາ ປະຈຳສົກຮຽນ 2010-2011 |
ວັດຜົນ-ປະເມີນຜົນ![]() ໃນຕອນບ່າຍ ວັນສຸກ ວັນທີ 29/10/2010 ທີ່ສະໜາມກິລາວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີ ພິທີ ສະເຫຼີມສະຫຼອງ ແລະ ເປີດງານກິດຈະກຳປະຈຳປີຂື້ນ ຢ່າງເປັນທາງການ, ໂດຍແມ່ນການປະຕິບັດ ແຜນການ ຂອງຫ້ອງການ ກິດຈະກຳນັກສຶກສາ ເປັນຜູ້ຮັບຜິດຊອບ ຈັດງານດັ່ງກ່າວ. ໂດຍການໃຫ້ກຽດ ເປັນປະທານຂອງ ທ່ານ ຜູ້ອຳນວຍການວິທະຍາໄລຄູ ສະຫວັນນະເຂດ ທ່ານ ກຶ່ງ ໄຊຍະສານ, ທ່ານ ບຸນຊູ ສຸລິເດດ ຮອງອຳ ນວຍການ ຝ່າຍກິດຈະກຳ ນັກສຶກສາ, ທ່ານ ວິໄນ ສຸຂະລາດ ຮອງ ອຳນວຍການ ຝ່າຍ ພັດທະນາຄູ ແລະ ວັດຜົນ-ປະເມີນຜົນ, ພ້ອມດ້ວຍຄູອາຈານ-ພະນັກງານ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຊົມ ຢ່າງຫຼວງຫຼາຍ. |