15/01/2013 12:00:00 am - ອ່ວຍພອນວັນທີ່20ມັງກອນ 2013 |
ວັດຜົນ-ປະເມີນຜົນ![]() ຄັ້ງວັນທີ່ 15 ມັງກອນ 2012, ເວລາ 11 ໂມງ 00 ນາທີ, ທີ່ ກອງບັນຊາການທະຫານແຂວງ ທີມງານຈາກວິທະຍາໄລຄູ ສະຫວັນນະເຂດ ຕ່າງໜ້ານຳພາໂດຍທ່ານ ອາຈານ ບຸນຊູ ສຸລິເດດ ແລະ ສະມາຊິກ ອີກ 7 ທ່ານ (ທ່ານ ສັງທອງ ລັດຖະສິງ, ທ່ານ ລັດສະໜີ ພະໄຊສີ, ທ່ານ ອະນຸໄຊ ສຸຂະລາດ, ທ່ານ ສູນທະລາພອນ ພົມມະບຸດ, ທ່ານ ນາງສີພະຈັນ ໄຊຍະປັນຍາ, ແລະ ທ່ານ ນາງ ວຽງລະຄອນ ທິຄຳມີ) ຮ່ວມເຂົ້າອ່ວຍພອນ ຄະນະກອງບັນຊາການທະຫານແຂວງເນື່ອງໃນວັນຄົບຮອບ 64 ປີ ການສ້າງຕັ້ງກອງທັບ ໃນວັນທີ 20 ມັງກອນ 2013 ທີ່ຈະມາເຖິງນີ້. ເປັນກຽດ ຮັບຄຳອວຍພອນ ແລະ ກະຕ່າຂອງຂວັນພ້ອມກະຕ່າດອກໄມ້ ໂດຍ ທ່ານ ພັນເອກ ຊຽນ ໄຊຍະລາດ ຄະນະປະຈຳພັກແຂວງ,ເລຂາພັກແຂວງ, ຫົວໜ້າ ກອງບັນຊາການທະຫານແຂວງ. ພາຍຫຼັງຮັບຂອງຄຳອ່ວຍພອນ ແລະ ກະຕ່າຂອງຂວັນແລ້ວ ທ່ານ ພັນເອກ ຊຽນ ໄຊຍະລາດ ກໍ່ໄດ້ຂຶ້ນປະກອບຄຳເຫັນດັ່ງນີ້: ໃນປີນີ້ທາງພວກເຮົາໄດ້ມີການສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ໃນລະດັບແຂວງ, ໂດຍມີການຈັດຂະບວນເດີນສວນສະໜາມ ຈຳນວນ 15 ກ້ອນກຳລັງ ແລະໃນປີໜ້າແມ່ນຈະໄດ້ຈັດງານສະເຫຼີມສະຫຼອງຢ່າງຢິ່ງໃຫຍ່ທີ່ສຸດ ໃນວັນຄົບຮອບ 65 ປີ. ອີກດ້ານໜຶ່ງ, ແມ່ນການສືບຕໍ່ຜັນຂະຫຍາຍບຸກຄະລາກອນໃຫ້ມີຄຸນະພາບທີ່ສູງຂຶ້ນໂດຍອາໄສການສິດສອນຂອງຄູ-ອາຈານໃນລະດັບຕ່າງໆ ເຊິ່ງຈຳນວນໜຶ່ງກໍ່ຖືກສົ່ງໄປຍົກລະດັບທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ, ນອກນັ້ນ, ກໍ່ຍັງໄດ້ເຊີນເອົາຄູຈາກ ສສ ຫວຽດນາມ ມາຊ່ວຍສອນໃຫ້ພະນັກງານຢູ່ແຂວງເຮົາ. ຕໍ່ກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ທົ່ວປະເທດເຮົາມີທັງໝົດ 73 ກອງຮ້ອຍ, ພາຍໃນແຂວງ ສະຫວັນນະເຂດແມ່ນມີ 6 ກອງຮ້ອຍ ໃນນັ້ນ 2 ກອງຮ້ອຍແມ່ນຢູ່ລຽບຕາມຊາຍແດນທາງເບື້ອງຊາຍແດນ ສສ ຫວຽດນາມ ແລະ ອີກ 4 ກອງຮ້ອຍ ແມ່ນຢູ່ລຽບຕາມຊາຍແດນທາງເບື້ອງຊາຍແດນໄທ. ສຸດທ້າຍທ່ານ ພັນເອກ ຊຽນ ໄຊຍະລາດ ກໍ່ຍັງໄດ້ຝາກຄຳອ່ວຍພອນ ແລະ ຂໍຂອບໃຈ ມາຍັງບັນດາຄະນະນຳພາຍໃນ ວຄສທີ່ເຂົ້າມາອ່ວຍພອນໃນຄັ້ງນີ້ ແລະ ຂໍໃຫ້ຍຶດໝັ້ນການປະຕິວັດ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນຕາມແນວທາງຂອງພັກ-ລັດເຮົາຕະຫຼອດໄປ. ຮອດເວລາ 11 ໂມງ 30 ບັນດາທ່ານຄູອາຈານກໍ່ໄດ້ເດີນທາງກັບຄືນສູ່ ວຄສ ດ້ວຍຄວາມສະຫວັດດີພາບ. |