11/01/2013 12:00:00 am - ມອບເງິນນະໂຍບາຍກິນທານ |
ຈັດຕັ້ງ-ພະນັກງານ![]() ໃນຕອນເຊົ້າຂອງວັນຈັນ ທີ 7 ມັງກອນ 2013 ທີ່ຜ່ານມາ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ລັດສະໜີ ພະໄຊສີ ຫົວໜ້າຫ້ອງການຈັດຕັ້ງພັກ-ພະນັກງານ ພ້ອມດ້ວຍບັນດາຫົວໜ້າຫ້ອງການ ຄະນະຫ້ອງການ ຕະຫຼອດຮອດຜູ້ຮັບຜິດຊອບວຽກງານນະໂຍບາຍ ໄດ້ລົງໄປມອບເງິນນະໂຍບາຍກິນທານນຳແມ່ເຖົ້າ ໄໝ່ ນາກແສງຈັນ, ບ້ານ ອຸດົມວິໄລ, ເມືອງ ໄກສອນ, ແຂວງ ສະຫວັນນະເຂດ ເຊິ່ງຜູ້ກ່ຽວໄດ້ເສຍຊີວິດ ລວມອາຍຸໄດ້ 93 ປີ ເຊິ່ງເປັນແມ່ຂອງ ອາຈານ ເພັດສາຄອນ ນາກແສງຈັນ ຄູສອນ ອະນະບານລ້ຽງເດັກ. ຈຳນວນເງິນທີ່ນຳໄປມອບກິນທານໃນຄັ້ງນີ້ ມີຈຳນວນ 1.500.000 ກີບ. ກ່າວມອບໂດຍ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ແລະ ກ່າວຮັບໂດຍ ອາຈານ ເພັດສາຄອນ ນາກແສງຈັນ. ຈຳນວນເງິນດັ່ງກ່າວແມ່ນເປັນນະໂຍບາຍຂອງວິທະຍາໄລຄູສະຫວັນນະເຂດ. ແລະ ໃນໂອກາດນີ້ກໍ່ຂໍສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວນາກແສງຈັນດ້ວຍ. |