10/01/2013 12:00:00 am - ພິທີຮັບສະມາຊິກພັກ ຂອງໜ່ວຍພັກຫ້ອງການ 2 |
ຈັດຕັ້ງ-ພະນັກງານ![]() ໃນຕອນບ່າຍ ຂອງວັນທີ 9/1/2013 ເວລາ 15:00 ໂມງ ທີ່ຫ້ອງປະຊຸມຊັ້ນສອງຂອງວິທະຍາໄລຄູສະຫວັນນະເຂດໄດ້ຈັດຕັ້ງພິທີຮັບສະມາຊິກພັກໃໝ່ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຊູ ສຸລິເດດ ຮອງເລຂາພັກຮາກຖານ, ສະຫາຍລັດສະໜີ ພະໄຊສີ ເລຂາໜ່ວຍພັກຫ້ອງການ 2 ພ້ອມດ້ວຍ ເລຂາໜ່ວຍພັກທັງ 5 ຫ້ອງການແລະ ສະມາຊິກພັກພາຍຈຸຫ້ອງການ 2. ໃນເບື້ອງຕົ້ນສະຫາຍ ລັດສະໝີ ພະໄຊສີເລຂາໜ່ວຍພັກຫ້ອງການ 2 ໄດ້ຂື້ນຜ່ານມະຕິຕົກລົງຮັບເອົາ ສະຫາຍ ຄຳພອນ ເທບໄພລິນ ເຂົ້າເປັນມະມາຊິກໃໝ່ ຈາກນັ້ນ ສະຫາຍ ບຸນຊູ ສຸລິເດດ ຮອງເລຂາພັກຮາກຖານວິທະຍາໄລຄູສະຫວັນນະເຂດໄດ້ຂື້ນຈັບມືຮັບເອົາສະມາຊິກໃໝ່ຢ່າງເປັນທາງການ.ພາຍຫຼັງທີ່ຈັບມືຮັບເອົາແລ້ວ ສະຫາຍ ບຸນຊູ ສຸລິເດດໄດ້ໃຫ້ຄຳໂອວາດແກ່ສະມາຊິກພັກທັງເກົ່າ ແລະ ໃໝ່ເຊິ່ງສະຫາຍແມ່ນໄດ້ຍົກໃຫ້ເຫັນກ່ຽວກັບພາລະບົດບາດໃນການເປັນສະມາຊິກພັກ ແລະເໜັ້ນນັກເຖິງຄວາມສາມະຄີໃນການເຮັດວຽກຮ່ວມກັນເປັນໝູ່ຄະນະ. ເວລາ 15: 51 ໂມງພິທີຮັບສະມາຊິກໃໝ່ກໍ່ໄດ້ສີ້ນສຸດລົງ. |