ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



25/12/2012 12:00:00 am - ກອງປະຊຸມເປີດກວ້າງ ຮາກຖານພັກວິທະຍາໄລຄູສະຫວັນນະເຂດ ຄັ້ງວັນທີ 20-21/12/2012
ຈັດຕັ້ງ-ພະນັກງານ


ກອງປະຊຸມເປີດກວ້າງດຳເນີນຊີວິດການເມືອງ

ເພື່ອກະກຽມເປີດກອງປະຊຸມໃຫຍ່ ຮາກຖານພັກຄັ້ງທີ 4 ຂອງວິທະຍາໄລຄູສະຫວັນນະເຂດ

ຄັ້ງວັນທີ 20-21/12/2012

- ກອງປະຊຸມໄດ້ເລີ່ມໄຂຂື້ນຢ່າງເປັນທາງການ ເວລາ 7: 35 ນາທີ ຂອງວັນທີ 20 /12/2012ທີ່ຫ້ອງປະຊຸມ ວ ຄ ສ

· ເວລາ 7: 35 ນາທີ ສະຫາຍ ລັດສະໝີ ພະໄຊສີ ເລຂາໜ່ວຍພັກຫ້ອງການ 2 ຫົວໜ້າຫ້ອງການຈັດຕັ້ງພັກ-ພະນັກງານ ໄດ້ຂື້ນກ່າວຈຸດປະສົງຂອງກອງປະຊຸມ ພ້ອມທັງສະເໜີແຂກເຂົ້າຮ່ວມ.

ໂດຍການເປັນປະທານ ຂອງ ສະຫາຍ ບຸນຊູ ສຸລິເດດ ຮອງເລຂາຮາກຖານພັກ ວິທະຍາໄລຄູສະຫວັນນະເຂດ

- ແຂກທີ່ເຂົ້າຮວ່ວມມີ:

1. ສະຫາຍ ວົງເພັດ ໄຊສະຫງວນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງພັກແຂວງ

2. ສະຫາຍ ສົມຈິດ ສີນຸວົງ ຫົວໜ້າຂະແໜງກໍ່ສ້າງພັກແຂວງ

3. ສະຫາຍ ແຖ່ວຄຳ ພົມມະວົງ ຕາງໜ້າ ຄະນະກວດກາພັກ-ລັດແຂວງ

4. ຄະນະຮາກຖານພັກ, ຄະນະໜ່ວຍພັກ 6 ໜ່ວຍພັກຂອງ ວິທະຍາໄລຄູ ສະຫວັນນະເຂດ

5. ສະມາຊິກພັກເຂົ້າຮ່ວມກອງປະຊຸ່ມທັງໝົດມີ ​​​89 ສະຫາຍ ຍິງ 36 ສະຫາຍ ສະມາຊິກພັກສຳຮອງ 13ສະຫາຍ ຍິງ 8 ສະຫາຍ

6. ສະມາຊິກພັກສົມບູນ ແລະ ສຳຮອງ 89 ສະຫາຍ, ຍິງ 36 ສະຫາຍ.

· ຈຸດປະສົງຂອງກອງປະຊຸມ ແມ່ນເປັນການດຳເນີນຊີວິດການເມືອງ ເພື່ອກະກຽມເປີດກອງປະຊຸມໃຫຍ່ ຮາກຖານພັກຄັ້ງທີ 4 ຂອງວິທະຍາໄລຄູສະຫວັນນະເຂດ

- ໃນວາລະຂອງການດຳເນີນກອງປະຊຸມເວລາ 7 ໂມງ 45 ນາທີ ສະຫາຍບູນຊູສຸລິເດດ ວ່າການແທນເລຂາຮາກຖານພັກ ວິທະຍາໄລຄູສະຫວັນນະເຂດ ໄດ້ຂື້ນລາຍງານສະພາບ ຈຸດພິເສດ ທີ່ຕັ້ງ ແລະ ພາລະບົດບາດຂອງ ວິທະຍາໄລຄູສະຫວັນນະເຂດ

- ເວລາ 8 ໂມງ 00ນາທີ ສະຫາຍ ວົງເພັດ ໄຊສະຫງວນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງພັກແຂວງໄດ້ຂື້ນບັນລະຍາຍ ເຜີຍແຜ່ ເອກະສານ ເນື້ຶອໃນບົດທີ 2 ຄຸນທາດການເມືອງ ຂອງພັກ ໂດຍສະຫາຍໄດ້ຍົກໃຫ້ເຫັນ ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງຄຸນທາດການເມືອງ ເພາະຢູ່ໃນພະນັກງານຖັນແຖວຕ່າງໆ ແມ່ນພັກນຳພາໃນທຸກຂົງເຂດຂອງວຽກງານ, ໃຫ້ມີການເຕົ້າໂຮມຄວາມສາມັກຄີ, ຈັດຕັ້ງນຳພາມະຫາຊົນ, ມີສະຕິຊາດສູງ,ມີນໍ້າໃຈຮັບຜິດຊອບ ແລະ ເປັນແບບຢ່າງທີ່ດີຕໍ່ມະຫາຊົນ

- ເວລາ 9 ໂມງ 00 ນາທີ ສະຫາຍ ແຖວຄຳ ພົມມະວົງ ຄະນະກວດກາພັກ-ລັດແຂວງໄດ້ຂື້ນຜ່ານ 15 ຂໍ້ຫ້າມຂອງສະມາຊິກພັກປະຊາຊົນປະຕິວັດລາວແລະໄດ້ ຊີ້ແຈງເນື້ອໃນຕື່ມອີກ.

- ເວລາ 9 ໂມງ 50 ນາທີ ສະຫາຍສົມຈິດ ສີນຸວົງ ຫົວໜ້າຂະແໜງກໍ່ສ້າງພັກແຂວງໄດ້ຂື້ນຜ່ານເອກະສານຄໍາສັ່ງ ວ່າດ້ວຍການເພີ່ມທະວີວິທີການເຮັດວຽກຂອງພັກ ເລກທີ 07

- ໃນເວລາເວລາ 11:00ນາທີ ສະຫາຍ ສົມຈິດ ສີນຸວົງ ໄດ້ອະທິບາຍວິທີຂຽນຄໍາເຫັນເພື່ອຕໍາໜິກໍ່ສ້າງພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ ແລະ ມາຮອດເວລາ 11:10 ກອງປະຊຸ່ມໄດ້ໄດ້ພັກຜ່ອນ

ໃນຕອນບ່າຍຂອງວັນດຽວກັນຄະນະຮາກຖານພັກໄດ້ດຳເນີນການຂຽນໃບສຳຫຼວດຕົນເອງ

ຕໍ່ມື້ທີ 2 ຂອງກອງປະຊຸມ ວັນທີ 21/ 12/ 2012 ທີ່ຫ້ອງ V.I.P

ແຂກທີ່ເຂົ້າຮ່ວມມີ ສະຫາຍ ແຖວຄຳ ພົມມະວົງ ຄະນະກວດກາພັກ-ລັດ ແຂວງ, ສະຫາຍ ສົມຈິດ ສີນຸວົງ ຫົວໜ້າຂະແໜງ ກໍ່ສ້າງພັກແຂວງ, ເລຂາໜ່ວຍພັກໃນ 6 ຫ້ອງການ ແລະ 3 ອົງການຈັດຕັ້ງມະຫາຊົນ ຄື: ອົງການຈັດຕັ້ງຊາວໜຸ່ມ, ອົງການຈັດຕັ້ງແມ່ຍິງ ແລະ ອົງການຈັດຕັ້ງກຳມະບານ.

ໃນວາລະກອງປະຊຸມໄດ້ດຳເນີນໄປຄະນະພັກຮາກຖານແມ່ນໄດ້ຂື້ນຜ່ານຜ່ານໃບສຳຫຼວດຂອງແຕ່ລະສະຫາຍ ໃນ 6 ມາດຖານຕາມລຳດັບຄື:

- ສະຫາຍ ບຸນຊູ ສຸລິເດດ ຮອງເລຂາຮາກຖານພັກ ວິທະຍາໄລຄູສະຫວັນະເຂດ ໄດ້ຂື້ນຜ່ານໃບສຳຫຼວດໃຫ້ສະຫາຍ ກຶ່ງ ໄຊຍະສານ ເລຂາຮາກຖານພັກ ວິທະຍາໄລຄູສະຫວັນະເຂດ(ຜູ້ກ່ຽວຕິດທຸລະຈຳເປັນ)

- ສະຫາຍ ບຸນຊູ ສຸລິເດດ ຮອງເລຂາຮາກຖານພັກວິທະຍາໄລຄູສະຫວັນນະເຂດ ໄດ້ຂື້ນຜ່ານບົດສຳຫຼວດຂອງຕົນເອງ ໃນການປະຕິບັດວຽກງານຕ່າງໆທີ່ຜ່ານມາ

- ສະຫາຍ ບຸນເຫຼື່ອມ ວໍລະສານ ຄະນະຮາກຖານພັກ ໄດ້ຂື້ນຜ່ານໃບສຳຫຼວດຕົນເອງໃນວຽກງານຕ່າງໆທີ່ຜ່ານມາຂອງຕົນເອງ.

- ສະຫາຍ ວິໄນ ສຸຂະຣາດ ຄະນະຮາກຖານພັກ ວິທະຍາໄລຄູສະຫວັນນະເຂດ ໄດ້ຜ່ານໃບສຳຫຼວດຕົນເອງຂອງວຽກງານຕ່າງໆໃນໄລຍະຜ່ານມາ.

- ສະຫາຍ ນາງ ໃສຊົມຊື່ນ ໂພທິສານ ຄະນະຮາກຖານພັກ ວິທະຍາໄລຄູສະຫວັນນະເຂດ ກໍໄດ້ຂື້ນຜ່ານໃບສຳຫຼວດ ແລະຜົນງານການເຄື່ອນໄຫວວຽກງານຕ່າງໆຂອງຕົນເອງ.

ຈາກນັ້ນໄດ້ມີການປະກອບຄຳເຫັນຈາກບັນດາສະຫາຍໃນກອງປະຊຸມ ໃນໄລຍະການປະຕິບັດວຽກງານ 3 ປີ ຜ່ານມາ.

· ເວລາ 14 ໂມງ 00 ຂອງພາກບ່າຍ ທີ່ຫ້ອງປະຊຸມວິທະຍາໄລຄູສະຫວັນະເຂດ

- ສະຫາຍ ສົມຈິດສີນຸວົງ ຄະນະປະຈຳພັກແຂວງ ຕາງໜ້າຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານ 5 ມາດຖານເງື່ອນໄຂຂອງຜູ້ສະໝັກ ພ້ອມທັງອະທິບາຍຊີ້ແຈງການທາບທາມ ແລະ ຢາຍບັນຊີລາຍຊື່ຂອງຜູ້ສະໝັກ

- ໃນເວລາ 2 ໂມງ 45 ນາທີ ສະຫາຍ ບຸນຊູ ສຸລິເດດໄດ້ຂື້ນໂອ້ລົມຕໍ່ກອງປະຊຸມ, ສະແດງຄວາມຂອບໃຈຕໍ່ກອງປະຊຸມ ແລະ ກ່າວປິດກອງປະຊຸມລົງໃນເວລາ 13 ໂມງ 10 ນາທີ.



ທີ່ ວິທະຍາໄລຄູສະຫວັນນະເຂດ,ວັນທີ 21/12/2012

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ