25/12/2012 12:00:00 am - ຫ້ອງການພາສຕ່າງປະເທດອອກແຮງງານລວມ |
ພາສາຕ່າງປະເທດ![]() ເພື່ອເປັນການຂຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັກລາວ ໃນຕອນເຊົ້າວັນສຸກ ທີ 21 ທັນວາ 2012 ຜ່ານມານີ້ໄດ້ມີນັກສຶກສາ ສາຍພາສາຕ່າງປະເທດ ຫຼາຍກວ່າ 300 ແຮງງານທີ່ຮຽນພາກບ່າຍມາອະນາໄມລວມບໍລິເວນອ້ອມຮອບ ວຄສ ໂດຍສະເພາະແມ່່ນເດີ່ນໂຮງຮຽນ, ໜ້າທາງເລກ 9 ແລະ ທາງລົງໜອງຜື ເຊິ່ງນຳພາໂດຍ ຄະນະນຳຫ້ອງການພາສຕ່າງປະເທດອາຈານທີ່ຮັບຜິດຊອບ ວຽກງານສິ່ງແວດລ້ອມຂອງສາຍ ແລະ ໃນຕອນບ່າຍຂອງວັນດຽວກັນນັ້ນກໍ່ມີບັນດານັກສຶກສາພາກ ເຊົ້າມາອອກແຮງງານຫຼາຍກ່ວາ 400 ແຮງງານ ແຊິ່ງໄດ້ມີການອະນາໄມ ຫ້ອງນໍ້າ ແລະ ອາຄານຮຽນຂອງສາຍ ດັ່ງນັ້ນຈຶ່ງເຮັດໃຫ້ບັນດາອາຄານສະອາດຂຶ້ນຕື່ມ. |