15/10/2012 12:00:00 am - ສຳເລັດແນະນຳການສ້າງແຟ້ມສະສົມຜົນງານໃຫ້ນັກສຶກສາວິທະຍາໄລຄູສະຫວັນນະເຂດ ປະຈຳສົກຮຽນ 2012 – 2013 |
ພັດທະນາຄູ![]() ໃນເວລາ 13ໂມງ 30 ນາທີ ຂອງວັນທີ 9/10/2012 ວິທະຍາໄລຄູສະຫວັນນະເຂດໄດ້ເປີດແນະນຳການສ້າງແຟ້ມສະສົມຜົນງານໃຫ້ນັກສຶກສາປີທີ 1 ທຸກລະບົບ ປະຈຳສົກຮຽນ 2012 – 2013 ທີ່ສະໂມສອນ 40 ປີຂອງວິທະຍາໄລຄູສະຫວັນນະເຂດ ເຊິ່ງມີນັກສຶກສາເຂົ້າຮ່ວມທັງໝົດ 2206 ຄົນ, ຍິງ 1450 ຄົນ, ໃຫ້ກຽດນຳສະເໜີ ໂດຍ: ອາຈານ ໂພໄຊ ພິລາວົງ ຮອງຫົວໜ້າຫ້ອງການພັດທະນາຄູ. ຈຸດປະສົງໃນການແນະນຳການສ້າງແຟ້ມສະສົມຜົນງານ ຄັ້ງນີ້ເພື່ອໃຫ້ນັກສຶກສາທຸກຄົນໂດຍສະເພາະ ນັກສຶກສາປີທີ 1 ໄດ້ຮຽນຮູ້ກ່ຽວກັບຫຼັກການ ແລະ ຮູບແບບໃນການສ້າງແຟ້ມສະສົມຜົນງານ, ເພື່ອແນໃສ່ເສີມສ້າງທັກສະໃຫ້ນັກສຶກສາໃນການເກັບກຳຜົນງານ ແລະ ຮັກສາ ຂໍ້ມູນຕ່າງໆທີ່ເປັນປະໂຫຍດເພື່ອໃຊ້ເປັນຫຼັກຖານອ້າງອີງເຖິງຜົນງານທີ່ປະຕິບັດໄດ້. ອີກຢ່າງໜຶ່ງກໍເພື່ອນຳເອົາແຟ້ມສະສົມຜົນງານເຂົ້າເປັນເງື່ອນໄຂໃນການຄັດເລືອກຕົວເດັ່ນ ແລະ ການຍ້ອງຍໍເສັນລະເສີນໃນຂັ້ນຕ່າງໆ. ໂດຍ: ເກດສະໜາ ວົງຫາຈັກ |