01/11/2010 12:00:00 am - ພິທີເຊັນສັນຍາເປີດການສິດສອນ ຍົກລະດັບໃຫ້ຄູອາຈານເຂດເມືອງ ສອງຄອນ, ຈຳພອນ ແລະ ໄຊພູທອງ ລະຫວ່າງພະແນກສຶກສາທິການແຂວງ ແລະ ວິທະຍາໄລຄູ ສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ໃນຕອນເຊົ້າຂອງວັນທີ 29/10/2010 ທີ່ ຫ້ອງປະຊຸມ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີການເຊັນ ສັນຍາ ລົງນາມ ເພື່ອເປີດ ການຮຽນ-ການສອນ ຍົກລະດັບ ໃຫ້ ຄູ-ອາຈານ ພາຍໃນແຂວງ ສະຫວັນນະເຂດ ໂດຍສະເພາະແມ່ນ ມາຈາກເຂດເມືອງ ໄຊພູທອງ, ຈຳພອນ, ແລະ ສອງຄອນ ຈຳນວນຫຼາຍກ່ວາ 270 ຄົນ. ໂດຍເປັນ ແຜນການຂອງ ພະແນກສຶກສາທິການແຂວງ ສະຫວັນນະເຂດ ຮ່ວມມືກັບ ວິທະຍາໄລຄູ ສະຫວັນນະເຂດ. ໂດຍເປັນກຽດເຂົ້າຮ່ວມການເຊັນ ສັນຍາໃນຄັ້ງນີ້ ທາງຝ່າຍພະແນກສຶກສາທິການແຂວງ ນຳໂດຍ ທ່ານ ຄຳພູນ ຕຸໄພທູນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການແຂວງ ສະຫວັນນະເຂດ ພ້ອມຄະນະຈຳນວນໜື່ງ, ທາງຝ່າຍ ວິທະຍາໄລຄູ ສະຫວັນນະເຂດ ນຳໂດຍ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະ ສັກຂີພະຍານຈຳນວນໜຶ່ງເຂົ້າຮ່ວມ. ໂດຍເນື້ອໃນແມ່ນ ວິທະຍາໄລຄູ ສະຫວັນນະເຂດຈະໄດ້ ເປັນຜູ້ຈັດຫຼັກສູດ ແລະ ສົ່ງຄູໄປສອນໃຫ້ ໃນພາກເສົາ-ອາທິດ ໂດຍມີ 2 ສາຍຮຽນຫຼັກຄື: ສາຍວິທະຍາສາດທຳມະຊາດ ແລະ ພາສາລາວ-ພູມສາດ ປະຫວັດສາດ |