05/09/2013 12:00:00 am - ທົດລອງໃນແຕ່ລະໜ່ວຍງານ |
ວິທະຍາສາດທຳມະຊາດ![]() ໃນວັນພຸດ ວັນທີ 04.09.2013 ເວລາ 9:30 ນາທີ ຫ້ອງການວິທະຍາສາດ ໄດ້ເຮັດການທົດລອງຂອງແຕ່ລະໜ່ວຍງານ, ເພື່ອການເປີດສົກຮຽນໃໝ່ ໃນຄວາມເປັນວິທະຍາສາດ ແລະ ມີໂທລະພາບແຂວງສະຫວັນນະເຂດມາຖ່າຍພາບ ເຊິ່ງແຕ່ລະໜ່ວຍງານມີລາຍລະອຽດດັ່ງນີ້: - ໜ່ວຍງານຊີວະສາດ: ນຳພານັກສຶກສາທົດລອງຊ່ອງເບີ່ງປ່ອງອາກາດໃນໃບພືດ, ມີນັກສຶກສາເຂົ້າຮ່ວມ ມີ 16 ຄົນ, ຍິງ 9 ຄົນ - ໜ່ວຍງານຟີຊິກສາດ: ທົດລອງກ່ຽວກັບກົດເກນອາກຊີແມັດ, ມີນັກສຶກສາເຂົ້າຮ່ວມ 15 ຄົນ, ຍິງ 11 ຄົນ - ໜ່ວຍງານເຄມີສາດ: ທົດລອງກ່ຽວກັບຄວາມເປັນອາຊິດ ແລະ ຄວາມເປັນບາເຊີຂອງທາດ , ມີນັກສຶກສາເຂົ້າຮ່ວມທັງໝົດ 15 ຄົນ ,ຍິງ 8 ຄົນ |