02/10/2012 12:00:00 am - ພິທີປະກາດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ-ຂອງໜ້ວຍພັກຫ້ອງການ-1-ແລະ-ຫ້ອງການ-2 |
ຈັດຕັ້ງ-ພະນັກງານ![]() ໃນຕອນບ່າຍຂອງວັນພຸດວັນທີ 19.9.2012 ເວລາ 13 ໂມງ 30ນາທີ. ທີ່ວຶທະຍາໄລຄູສະຫວັນະເຂດໄດ້ເປີດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານເຊິ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊູມຊັ້ນສອງຂອງ ວຶທະຍາໄລຄູສະຫວັນະເຂດ ເປັນກຽດເຂົ້າຮ່ວມໃນພຶທີດັ່ງກ່າວມີທ່ານ, ທ່ານ ວົງເພັດ ໄຊສະຫງວນ ຄະນະປະຈຳພັກແຂວງ ຫົວໜ້າຈັດຕັ້ງແຂວງ, ທ່ານ ກຶງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການວຶທະຍາໄລຄູສະຫວັນະເຂດນອກນີ້ຍັງມີຄະນະພັກຮາກຖານ,ໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກໜ່ວຍພັກຫ້ອງການໜຶ່ງ ແລະ ໜ່ວຍພັກຫ້ອງການສອງ ພ້ອມດ້ວຍມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມຢ່າງພ້ອມພຽງ ໃນເບື້ອງຕົ້ນຂອງກອງປະຊຸມ ທ່ານ ນາງ ສົມຈຶດ ພະດວງເດດ ເຊິ່ງເປັນຈັດຕັ້ງພິທີ ໄດ້ສະເໜື ທ່ານ ສັງທອງລັດຖະສຶງ ຂຶ້ນຜ່ານບົດສະຫຼູບ ແລະ ແຜນການຂອງຫ້ອງການໜຶ່ງ ເນື້ອໃນຂອງບົດສະຫຼູບມີເນື້ອໃນຢ່າງຫຼວງຫຼາຍ ເປັນຕົ້ນວຽກງານການບໍລິຫານ, ວຽກງານການພັດທະນາຄູ, ວຽກງານວັດຜົນປະເມີນຜົນ.ນອກຈາກບົດສະຫຼູບແລ້ວຍັງວາງແຜນໃນການປະຕິບັດຕໍ່ໃນສົກຕໍ່ໄປ. ຫຼັງຈາກນັ້ນ ທ່ານລັດສະໝື ພະໄຊສີ ກໍຂິຶ້ນຜ່ານບົດສະຫຼູບຂອງຫ້ອງການສອງເນື້ອໃນຂອງບົດສະຫຼູບມີເນື້ອໃນຢ່າງຫຼວງຫຼາຍ ເປັນຕົ້ນວຽກງານ ວຽກຈັດຕັ້ງນະໂຍບາຍ, ວຽກງານປ້ອງກັນ,ວຽກງານສະທຶຕຶ ແລະວຽກງານມູນເຊື້ອນອກຈາກບົດສະຫຼູບແລ້ວຍັງວາງແຜນໃນການປະຕິບັດຕໍ່ໃນສົກຕໍ່ໄປ ເວລາ15ໂມງ 00ນາທີ ພາຍຫຼັງທີ່ທັງສອງຫ້ອງການໄດ້ຜ່ານບົດສະຫຼຸບ ແລະ ແຜ່ນການຮຽບຮ້ອຍແລ້ວ ທ່ານ ວົງເພັດ ໄຊສະຫງວນຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງກໍ່ເປັນກຽດມອບໃບຢັ້ງຢືນເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ ເປັນສະໄໝທີ 5 ແລ້ວ ທ່ານກໍ່ໃຫ້ຄຳໂອວາດຕໍ່ກັບພິທີການປະກາດໜ່ວຍພັກແຂງຮູ້ນຳພາຮອບດ້ານ ກ່ອນອື່ນໝົດທ່ານກໍໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານດັ່ງກ່າວຂອງທັງສອງຫ້ອງການທີ່ສາມາດຍາດໄດ້ຜົນສຳເລັດເປັນ 5 ສະໄມຊ້ອນ ຈາກນັ້ນເພື່ນກໍ່ເວົ້າຈຸດທີ່ພາໃຫ້ດີ ແລະ ຈຸດທີ່ພາໃຫ້ອ່ອນ ແລ້ວຊອກວິທີແກ້ໄຂສະພາບການຕ່າງໆ. ເວລາ 15 ໂມງ 30 ນາທີ ພຶທີເປີດໜ່ວຍພັກແຂງຮູ້ນຳພາຮອບຂອງຫ້ອງການໜຶ່ງ ແລະ ໜ່ວຍພັກຫ້ອງການສອງ ກໍ່ໄດ້ສຶ້ນສູດລົງຢ່າງຈົບງາມ |