05/08/2012 12:00:00 am - ສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2012 – 2013 |
ວັດຜົນ-ປະເມີນຜົນ![]() ວັນທີ 04-05/08/2012 ທີ່ວິທະຍາໄລຄູ ສະຫວັນນະເຂດ ໄດ້ມີການສອບເສັງຄັດເລືອກນັກສຶກສາເຂົ້າຮຽນ ສົກຮຽນ 2012-2013, ໂດຍມີຜູ້ເຂົ້າສອບເສັງກວ່າສອງພັນຄົນ ໃນນັ້ນ ການສອບເສັງໄດ້ແບ່ງເປັນສາມລະບົບຄື: 1. ຊັ້ນກາງ ລະບົບ 9+3, ມີສອງສາຍຮຽນຄື ສາຍຄູອະນຸບານ ແລະ ສາຍຄູປະຖົມ 2. ອະນຸປະລິນຍາ ລະບົບ 12+2, ມີສາຍຄູອະນຸບານ, ສາຍຄູປະຖົມ, ສາຍຄູຄະນິດສາດ, ສາຍຄູວິທະຍາສາດ, ສາຍຄູພາສາລາວ-ວັນນະຄະດີ, ສາຍຄູພູມສາດ-ປະຫວັດສາດ ແລະ ສາຍຄູພາສາຫວຽດນາມ. 3. ປະລິນຍາຕີ ລະບົບ 12+4, ມີສາຍຄູຄະນິດສາດ, ສາຍຄູວິທະຍາສາດທຳມະຊາດ (ຟີຊິກ, ເຄມີ, ຊີວະ), ສາຍຄູພາສາລາວ-ວັນນະຄະດີ, ສາຍຄູພູມສາດ-ປະຫວັດສາດ, ສາຍຄູພາສາອັງກິດ ແລະ ສາຍພາສາອັງກິດພິເສດ. |