03/08/2012 12:00:00 am - ເຜີຍແຜ່ລະບຽບການສອບເສັງເຂົ້າຮຽນ ສົກຮຽນ 2012-2013 |
ວັດຜົນ-ປະເມີນຜົນ![]() ເວລາ 15:30 ຂອງວັນທີ 03/08/2012 ທີ່ຫ້ອງປະຊຸມໃຫຍ່ ພະນັກງານຄູ-ອາຈານ ເຂົ້າຮ່ວມການ ເຜີຍແຜ່ລະບຽບການສອບເສັງເຂົ້າຮຽນ ທີ່ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2012-2013. ເປັນກຽດເຂົ້າຮ່ວມແມ່ນທ່ານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອຳນວຍການ ຝ່າຍວິຊາການ, ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການ ຝ່າຍກິດຈະກຳນັກສຶກສາ, ຄະນະຮັບຜິດຊອບການສອບເສັງ ແລະ ກຳມະການຍາມຫ້ອງເສັງ. ທ່ານ ບຸນເຫຼື່ອມ ວໍລະສານ ໄດ້ກ່າວເຜີຍແຜ່ລະບຽບການສອບເສັງ ເຊິ່ງມີທັງໝົດ 9 ຂໍ້ດັ່ງນີ້: 1. ນັກສອບຕ້ອງນຸ່ງເຄື່ອງນັກຮຽນເປັນລະບຽບ (ເສື້ອຂາວ) ມີຄວາມພ້ອມມາເຂົ້າຫ້ອງສອບເສັງທັນເວລາ. 2. ນັກສອບຕ້ອງແຈ້ງບັດເຂົ້າຫ້ອງເສັງຢ່າງຖືກຕ້ອງ ລົງລາຍເຊັນເຂົ້າຫ້ອງສອບຕາມການແນະນຳຂອງກຳມະການຍາມຫ້ອງເສັງ. 3. ນັກສອບຕ້ອງນັ່ງຕາມເບີໂຕະຂອງຕົນເອງຕາມການຈັດການຂອງກຳມະການຍາມຫ້ອງເສັງ. 4. ນັກສອບຕ້ອງປິດໂທລະສັບ ຫ້ອມມີການໂທລະສັບໃນໄລຍະສອບເສັງເຊິ່ງເປັນການລົບກວນຄົນອື່ນ. 5. ນັກສອບຕ້ອງປະຕິບັດການສອບເສັງຕາມຫົວບົດທີ່ກຳມະການຍາມຫ້ອງເສັງໄດ້ຈັດໃຫ້ດ້ວຍຄວາມຮັບຜິດຊອບ ຫ້າມປ່ຽນບົດສອບເສັງໃຫ້ກັນເດັດຂາດ. 6. ຫ້າມນັກສອບນຳເອົາເອກະສານ, ຕຳລາຕ່າງໆ ຫຼື ອຸປະກອນທີ່ບັນຈຸຂໍ້ຄວາມ ເຂົ້າມາໃນຫ້ອງເສັງເດັດຂາດ. 7. ຫ້າມນັກສອບນຳເອົາອາວຸດ ຫຼື ສິ່ງອາດເປັນອັນຕະລາຍ ເຂົ້າມາໃນຫ້ອງເສັງເດັດຂາດ. 8. ຫ້າມນັກສອບທຸດຈະລິດ ຫຼື ພະຍາຍາມ ທຸດຈະລິດການສອບເສັງທຸກວິທີທາງ ນັກສອບທີ່ມີການພະຍາຍາມທຸດຈະລິດການສອບເສັງ ຄະນະກຳມະການຍາມຫ້ອງເສັງພົບເຫັນຈະໄດ້ຕັກເຕືອນບໍ່ເກີນສອງຄັ້ງ ຖ້າຍັງຝ່າຝືນ ເຖິງຄັ້ງທີສາມຖືວ່າ ການສອບເສັງຈະຖືກຍົກເລີກ. 9. ນັກສອບຕ້ອງສົ່ງບັດເສັງໃຫ້ກຳມະການຍາມຫ້ອງເສັງຕາມເວລາທີ່ໄດ້ກຳນົດໃຫ້ຢ່າງເປັນລະບຽບຮຽບຮ້ອຍ. ນອກນັ້ນ, ທ່ານ ບຸນເຫຼື່ອມ ວໍລະສານ ໄດ້ໃຫ້ຄຳເຫັນເພີ່ມຕື່ມກ່ຽວກັບລະບຽບການຕ່າງໆກ່ຽວກັບກຳມະການຍາມຫ້ອງ ເຊັ່ນ ການປະຕິບັດໂມງເວລາ, ການແຕ່ງກາຍ ແລະ ການປະຕິບັດລະບຽບການສອບເສັງ ເພື່ອຮັບປະກັນໃຫ້ການສອບເສັງຄັດເລືອກເຂົ້າຮຽນມີຄວາມເປັນລະບຽບ ແລະ ປ້ອງກັນການທຸດຈະລິດຈາກນັກສອບ. ສຳລັບການສອບເສັງແມ່ນເລີ່ມແຕ່ວັນທີ 04-05/08/2012 |