23/07/2012 12:00:00 am - ກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູທົ່ວປະເທດປະຈຳປີ 2012 |
ວັດຜົນ-ປະເມີນຜົນ![]() ກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູທົ່ວປະເທດປະຈຳປີ 2012 ທີ່ວິທະຍາໄລຄູ ສະຫວັນນະເຂດ ຄັ້ງວັນທີ 23-27/07/2012 ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30. ຄະນະປະທານກອງປະຊຸມໄດ້ແກ່ ທ່ານ ດຣ ສຸພັນ ແກ້ວມີໄຊ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ດຣ ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ. ພ້ອມທັງແຂກທີ່ຖືກເຊີນເຂົ້າຮ່ວມກອງປະຊຸມດັ່ງນີ້: - ກົມສ້າງຄູ. - ຮອງຫົວໜ້າກົມການເງິນ. - ຮອງຫົວໜ້າກົມກວດກາ. - ຮອງຫົວໜ້າກົມແຜນການ. - ຮອງຫົວໜ້າກົມມັດທະຍົມ. - ກົມອະນຸບານ-ປະຖົມ. - ກົມພະລະ ແລະ ສີລະປະສຶກສາ. - ຫ້ອງວ່າການປົກຄອງເມືອງໄຊບົວທອງ. - ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ. - ຕ່າງໜ້າອົງການ UNESCO Bangkok ປະຈຳ ສປປ ລາວ. - ຕ່າງໜ້າອົງການ JICA ປະຈຳ ສປປ ລາວ. - ວິທະຍາໄລສົງ (ອົງຕື້). - ວິທະຍາໄລສີລະປະສຶກສາ. - ວິທະຍາໄລພະລະສຶກສາ. - ສູນອຸປະກອນ ວິທະຍາໄລຄູ ສະຫວັນນະເຂດ. - ຫົວໜ້າຫ້ອງການວິທະຍາໄລຄູ 8 ແຫ່ງຄື: ວິທະຍາໄລຄູຫຼວງພະບາງ, ວິທະຍາໄລຄູບ້ານເກິນ, ວິທະຍາໄລຄູຄັງໄຂ, ວິທະຍາໄລຄູຫຼວງນ້ຳທາ, ວິທະຍາໄລຄູດົງຄຳຊ້າງ, ວິທະຍາໄລຄູປາກເຊ, ວິທະຍາໄລຄູສາລະວັນ ແລະ ວິທະຍາໄລຄູສະຫວັນນະເຂດຜູ້ເປັນເຈົ້າພາບກອງປະຊຸມ. ເວລາ 8:30 ທ່ານ ດຣ ສຸພັນ ແກ້ວມີໄຊ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ກ່າວເຖິງສະພາບລວມການສຶກສາພາຍໃນແຂວງ ສະຫວັນນະເຂດ, ຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການສ້າງຄູ. ໃນໂອກາດນີ້ກໍ່ໄດ້ກ່າວຕ້ອນຮັບຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ກ່າວເປີດກອງປະຊຸມ. ເວລາ 9:00 ທ່ານ ຈັນດີ ພົມມະບຸນ ຫົວໜ້າກົມສ້າງຄູ ຜ່ານບົດສະຫຼຸບຫຍໍ້ ການປະຕິບັດແຜນການພັດທະນາການສ້າງຄູ ສົກຮຽນ 2011-2012 ແລະ ແຜນພັດທະນາການສ້າງຄູສົກຮຽນ 2012-2013. ເວລາ 9:45 ຄະນະປະທານ ແລະ ຜູ້ແທນກອງປະຊຸມ ຢ້ຽມຊົມສູນອາຫານແຫ່ງໃໝ່ຂອງ ວິທະຍາໄລຄູ ສະຫວັນນະເຂດ ແລະ ຊົມການວາງສະແດງຜະລິດຕະພັນຂອງແຕ່ລະຫ້ອງການ ຂອງວິທະຍາໄລຄູ. ເວລາ 10:00 ທ່ານ ທອງຜິວ ບຸດສະດີ ຫົວໜ້າກົມຈັດຕັ້ງ ໄດ້ປະກາດການຈັດຕັ້ງ ຜູ້ບໍລິຫານວິທະຍາໄລຄູ 8 ແຫ່ງ. ເວລາ 10:30 ໄດ້ມີພິທີມອບໃບຍ້ອງຍໍໃຫ້ແຕ່ລະພາກສ່ວນ ແລະ ບຸກຄົນດີເດັ່ນ. ເວລາ 11:00 ທ່ານ ດຣ ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ໂອ້ລົມກ່ຽວກັບການປະຊຸມຄັ້ງນີ້. ເວລາ 13:30 ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຄົ້ນຄວ້າບົດສະຫຼູບ ແລະ ແຜນການຂອງກົມສ້າງຄູ ເວລາ 16:30 ຄະນະຜູ້ແທນໄດ້ຊົມການແຂງຂັນກິລາເປຕັງລະຫວ່າງວິທະຍາໄລຄູທັງ 8 ແຫ່ງ. ເວລາ 18:30-22:00 ໄດ້ມີງານລ້ຽງຕ້ອນຮັບແຂກກອງປະຊຸມຂອງ ວິທະຍາໄລຄູ ສະຫວັນນະເຂດ ແລະ ຊົມການສະແດງສິລະປະ-ວັນນະຄະດີ ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ບ້ານເກິນ, ວິທະຍາໄລຄູ ຫຼວງພະບາງ ແລະ ວິທະຍາໄລຄູຫຼວງນ້ຳທາ. |