05/07/2012 12:00:00 am - ວິທະຍາໄລຄູສະຫວັນນະເຂດສຳເລັດກອງປະຊຸມຜ່ານບົດວິໄຈເພື່ອການພັດທະນາ ປະຈຳສົກຮຽນ 2011-2012 |
ພັດທະນາຄູ![]() ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມຜ່ານບົດວິໄຈເພື່ອການພັດທະນາຂຶ້ນທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ, ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປໃນ 2 ຄາບຄືໃນວັນທີ 28-29/06/2012, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 8 ທ່ານ, ໂດຍການເປັນປະທານຂອງທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດວ່າການແທນ, ທ່ານ ວິໄນ ສຸຂະຣາດຮອງຜູ້ອຳນວຍການຝ່າຍວັດຜົນ - ປະເມີນຜົນ ແລະ ພັດທະນາຄູ ນອກນັ້ນ, ຍັງມີຄະນະຫ້ອງການພັດທະນາຄູ, ຫົວໜ້າຫ້ອງການວິທະຍາສາດທຳມະຊາດ, ຫົວໜ້າຫ້ອງການວັດຜົນ-ປະເມີນຜົນ, ຄະນະກຳມະການໃຫ້ຄະແນນປ້ອງກັນບົດວິໄຈ ພ້ອມທັງຄູທີ່ເປິກສາການວິໄຈ ແລະ ນັກວິໄຈທັງໜົດ 9 ກຸ່ມ ລວມມີ 9 ຫົວຂໍ້ການວິໄຈ ເຊິ່ງສະເໜີຜ່ານຜົນການວິໄຈໃຫ້ທີ່ປະຊຸມກໍຄືຄະນະຮັບຜິດຊອບກອງປະຊຸມຊາບໂດຍຕາງໜ້າແຕ່ລະກຸ່ມ, ຫົວຂໍ້ການວິໄຈໃນຄັ້ງນີ້ ປະກອບມີ: 1. ສາເຫດຄວາມຕ້ອງການຂອງນັກຮຽນເຂົ້າຮຽນສາຍທຳມະຊາດໃນວິທະຍາໄລຄູສະຫວັນນະເຂດໜ້ອຍກວ່າສາຍອື່ນ 2. ສຳຫຼວດຄວາມສາມາດຂອງຄູອາຈານ ວິທະຍາໄລຄູສະຫວັນນະເຂດ ເມື່ອທຽບໃສ່ ມາດຕະຖານຄູແຫ່ງຊາດ 3. ການພັດທະນາຄວາມຮູ້ວິຊາພູມສາດໃຫ້ນັກສຶກສາຄູປີທີ 1 ສາຍພູມສາດ - ປະຫວັດສາດ 4. ການບຳບັດນ້ຳເປື້ອນພາຍໃນ ວິທະຍາໄລຄູສະຫວັນນະເຂດ 5. ການຄຸ້ມຄອງຫໍພັກພາຍໃນວິທະຍາໄລຄູສະຫວັນນະເຂດ 6. ແນວທາງເພື່ອພັດທະນາໃຫ້ນັກສຶກສາທີ່ຮຽນວິຊາປະຫວັດສາດໄດ້ເອົາໃຈໃສ່ຄົ້ນຄວ້າບົດຮຽນ 7. ການວິເຄາະປະໂຫຍກໃນພາສາລາວຂອງນັກຮຽນຄູປະຖົມ ປີທີ 1 ລະບົບ 9+3 8. ທັກສະການຂຽນພາສາລາວຂອງນັກສຶກສາຄູ ພາສາລາວ - ວັນນະຄະດີ 9. ການພັດທະນາຄວາມສາມາດໃນການຄິດໄລ່ເລກສີ່ປະການຂອງນັກສຶກສາສາຍຄູອະນຸບານ -ປະຖົມ ກອງປະຊຸມໄດ້ສິ້ນສຸດລົງໂດຍການປະກອບຄຳຄິດຄຳເຫັນ ແລະ ກ່າວປິດພິທີໂດຍ ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍ ການຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ ພ້ອມທັງເປັນປະທານໃນກອງປະຊຸມຄັ້ງນີ້. ໂດຍ: ເກດສະໜາ ວົງຫາຈັກ |