26/10/2010 12:00:00 am - ເປີດການສິດສອນບຳລຸງພາສາອັງກິດ ໃຫ້ກັບພະນັກງານບໍລິຫານ ພາຍໃນວິທະຍາໄລຄູ ສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ຫ້ອງການພັດທະນາຄູ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດສອນບຳລຸງພາສາອັງກິດ ໃຫ້ກັບພະນັກງານບໍລິຫານພາຍໃນ ສະຖາບັນຂອງຕົນ ໂດຍມີຈຸດປະສົງ ເລັ່ງໃສ່ເພື່ອພັດທະນາຄວາມຮູ້ທາງດ້ານພາສາອັງກິດ ໃຫ້ກັບພະນັກງານການນຳຂັ້ນຕ່າງໆ ໂດຍການເຝິກອົບຮົມຄັ້ງນີ້ແມ່ນເລັງໃສ່ ພັດທະນາທັກສະ ໃນການ ປາກເວົ້າ ສົນທະນາພາສາອັງກິດ, ຄຳສັບ ແລະ ຄວາມຮູ້ພື້ນຖານໄວຍະກອນ. ການດຳເນີນການຮຽນ - ການສອນແມ່ນຈະໄດ້ຈັດໃຫ້ມີໃນທຸກໆຕອນແລງວັນຈັນ ຂອງແຕ່ລະອາທິດ ເຊິງເລີ່ມແຕ່ເວລາ 13:30 ຫາ 16:00 ເຊິ່ງມີຄະນະອຳນວຍການ 4 ທ່ານ ແລະ ພະນັກງານບໍລິຫານທັງ 10 ຫ້ອງການ ເຊິ່ງໂຄງການ ດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 28 ອາທິດ. |