24/06/2012 12:00:00 am - ຫ້ອງການວັດຜົນ-ປະເມີນຜົນ ປັບປຸງໂປຣແກຣມ TEMIS ກຽມຮັບນັກສຶກສາພາກພັກທ້າຍປີຮຽນ |
ວັດຜົນ-ປະເມີນຜົນ![]() ໂປຣແກຣມ TEMIS for Student ສຳລັບນຳຂໍ້ມູນນັກສຶກສາເຂົ້າຖານຂໍ້ມູນ ແລະ ພິມ Barcode. ໂປຣແກຣມ TEMIS for Student ສຳລັບຄິດໄລ່ຄ່າລົງທະບຽນນັກສຶກສາ ແລະ ເລື່ອນຊັ້ນນັກສຶກສາ. ຫ້ອງການວັດຜົນ-ປະເມີນຜົນ ປັບປຸງໂປຣແກຣມ TEMIS ກຽມຮັບນັກສຶກສາພາກພັກທ້າຍປີຮຽນ ສົກຮຽນ 2011-2012. ໂດຍໄລຍະເວລາໃນການປັບປຸງໂປຣແກຣມ ແມ່ນເລີ່ມແຕ່ເດືອນພະຈິກ 2011 ມາຮອດປັດຈຸບັນເຫັນວ່າ ໂປຣແກຣມລົງທະບຽນນັກສຶກສາພ້ອມໃຊ້ງານ 100%. ວັນທີ 23-24/06/2012 ໜ່ວຍງານ IT ຫ້ອງການວັດຜົນ-ປະເມີນຜົນ ໄດ້ທົດລອງຖານຂໍ້ມູນ TEMIS ເພື່ອຮັບປະກັນຄວາມພ້ອມໃນການລົງທະບຽນນັກສຶກສາ ພາກພັກທ້າຍປີຮຽນ ທີ່ຈະເລີ່ມຂື້ນໃນວັນທີ 25-01/06/2012. ສຳລັບໂປຣແກຣມ TEMIS ທີ່ຖືກປັບປຸງ ແມ່ນໄດ້ດຳເນີນຕາມແຜນການປະຈຳປີ ເພື່ອໃຫ້ສອດຄ່ອງກັບໜ້າວຽກຕົວຈິງຂອງໂຮງຮຽນ ທີ່ມີການປ່ຽນແປງຢູ່ຕະຫຼອດ ເປັນຕົ້ນແມ່ນ ປັບປຸງໜ້າຕ່າງໂປຣແກຣມໃຫ້ນຳໃຊ້ສະດວກ, ປັບປຸງລະບົບຖານຂໍ້ມູນໃຫ້ສາມາດເກັບກຳຂໍ້ມູນຄົບຖ້ວນຂຶ້ນຕື່ມ, ປັບປຸງຂໍ້ມູນເມືອງ ແລະ ບ້ານຕ່າງໆ, ປັບປຸງເພື່ອຮອງຮັບສາຍຮຽນໃໝ່... ໂປຣແກຣມ TEMIS ຂອງໂຮງຮຽນ ຈະຖືກປັບປຸງ ແລະ ພັດທະນາຢູ່ຕະຫຼອດເວລາ ເພື່ອໃຫ້ສອດຄ່ອງກັບທິດທາງການພັດທະນາຂອງໂຮງຮຽນ. |