23/06/2012 12:00:00 am - ພິທີມອບ-ຮັບໃບປະກາສະນີຍະບັດ ນັກສຶກສາສົກຮຽນ 2011-2012 |
ວັດຜົນ-ປະເມີນຜົນ![]() ພິທີມອບ-ຮັບໃບປະກາສະນີຍະບັດ ນັກສຶກສາສົກຮຽນ 2011-2012 ເຖິງແມ່ນວ່າ ຈະມີຝົນຕົກລົງມາ ແຕ່ບັນຍາກາດໃນຕອນເຊົ້າກໍ່ເຕັມໄປດ້ວຍຄວາມສົດຊື່ນ. ພໍ່ແມ່ ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງບັນດານັກສຶກສາປີສຸດທ້າຍ ໄດ້ມາເຕົ້າໂຮມກັນທີ່ໂຮງຮຽນແຫ່ງນີ້ ເພື່ອສະແດງຄວາມຍິນດີ ໃນພິທີມອບ-ຮັບໃບປະກາສະນີຍະບັດ ນັກສຶກສາທີ່ສຳເລັດການສຶກສາ ສົກຮຽນ 2011-2012 ໃນເວລາ 8:30 ຂອງວັນທີ 22/06/2012. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ດຣ ຄຳເຜີຍ ພັນທະຈອນ ຮອງເຈົ້າແຂວງສະຫວັນນະເຂດ,ແຂກຕ່າງໜ້າກົມສ້າງຄູ, ແຂກຕ່າງໜ້າພະແນກສຶກສາທິການແຂວງຄຳມ່ວນ, ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ພ້ອມດ້ວຍຄະນະ, ຄະນະອຳນວຍການ ວິທະຍາໄລຄູ ປາກເຊ, ພ້ອມທັງ ພະນັກງານ ຄູ-ອາຈານ ວິທະຍາໄລຄູ ສະຫວັນນະເຂດເຂົ້າຮ່ວມ. ໃນເວລາ 8:30 ທີ່ສະໂມສອນແຫ່ງໃໝ່ຂອງໂຮງຮຽນ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດໄດ້ຂຶ້ນອ່ານບົດສະຫຼຸບປະຈຳສົກຮຽນ 2011-2012. ຈາກນັ້ນໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ນັກສຶກສາປີສຸດທ້າຍ ຜູ້ທີ່ມີຜົນງານດີເດັ່ນ, ໂດຍເປັນກຽດມອບແມ່ນ ທ່ານຜູ້ອຳນວຍການພ້ອມຄະນະ. ຫຼັງຈາກນັ້ນ ທ່ານ ດຣ ຄຳເຜີຍ ພັນທະຈອນ ໄດ້ໃຫ້ຄຳຄິດຄຳເຫັນຕໍ່ກັບພິທີມອບ-ຮັບໃບປະກາສະນີຍະບັດຄັ້ງນີ້. ເວລາ 9:30 ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ເປັນກຽດມອບໂດຍ ທ່ານ ດຣ ຄຳເຜີຍ ພັນທະຈອນ, ໂດຍມີນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດໃນສົກຮຽນ 2011-2012 ນີ້ມີທັງໝົດ 1274 ຄົນ ຍິງ 775 ຄົນ. |