09/05/2012 12:00:00 am - ວິທະຍາໄລຄູສະຫວັນນະເຂດເປີດກອງປະຊຸມເຝິກອົບຮົມຄູບັນຈຸໃໝ່ ປະຈຳສົກຮຽນ 2011-2012 |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 07/05/2012ຫ້ອງການພັດທະນາຄູ, ວິທະຍາໄລຄູສະຫວັນນະເຂດໄດ້ເປີດກອງປະ ຊຸມເຝິກອົບຮົມຄູບັນຈຸໃໝ່ຂຶ້ນທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 18 ທ່ານ ໂດຍການເປັນປະທານຂອງ ທ່ານ ກຶ່ງ ໄຊຍະສານຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ວິໄນ ສຸຂະຣາດຮອງຜູ້ອຳນວຍການຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ, ຄະນະຮັບຜິດຊອບກອງປະຊຸມ, ຄະນະຫ້ອງການສາຍ ພ້ອມດ້ວຍວິທະຍາກອນແລະ ສຳມະນາກອນ.ການເຝິກອົບຮົມໃນຄັ້ງນີ້ຈະດຳເນີນໄປໃນ 7 ຄາບ ແລະ ນຳໃຊ້ງົບປະມານຂອງວິທະຍາໄລຄູສະຫວັນນະເຂດປະຈຳສົກຮຽນ 2011-2012. ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ເພຶ່ອແນໃສ່ໃຫ້ຄູໃໝ່ສາມາດສ້າງແຜນການສອນ, ການຈັດການຮຽນ-ການສອນໄດ້ຢ່າງຖືກຕ້ອງ, ເຂົ້າໃຈການຮຽນຮູ້ແບບໜ່ວຍກິດ ແລະ ການວັດຜົນ-ປະເມີນຜົນການຮຽນການສອນໃຫ້ມີຄວາມສາມາດເປັນເອກະພາບກັນພາຍໃນສະຖາບັນ. ໂດຍ: ເກດສະໜາ ວົງຫາຈັກ |