ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



02/03/2012 12:00:00 am - ການຊ່ວຍເຫຼືອທີ່ມາກັບມິດຕະພາບ
ກິດຈະກຳນັກສຶກສາ


ເພື່ອເປັນການສ້າງຂະບວນການຂຳນັບຮັບຕ້ອນວັນສຳຄັນເຊັ່ນ : ວັນແມ່ຍິງສາກົນ ຄົບຮອບ 102 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 57 ປີ ທີ່ ໄກ້ໝູນວຽນປະຈົບຄົບຮອບອີກວາລະໜຶ່ງ ດັ່ງນັ້ນ ; ມາໃນຕອນບ່າຍຂອງວັນທີ 1 ມີນາ 2012 ເວລາ 15 : 27 ນາທີ ທີ່ ເດິ່ນກິລາບານເຕະ ວິທະຍາໄລຄູສະຫວັນນະເຂດ ໄດ້ຮັບກຽດຕ້ອນຮັບຄະນະນັກກິລາຈາກໂຮງງານປຸງແຕ່ງໄມ້ຫຼັກ 9 ເຊທ່າມວກ ເພື່ອມາແຂ່ງຂັນກິລາບານເຕະ ມິດຕະພາບ ລະຫວ່າງ ຄະນະນັກກິລາ ບານເຕາະຊາຍຈາກ ໂຮງງານປຸງແຕ່ງໄມ້ຫຼັກ 9 ເຊທ່າມວກ ກັບ ວິທະຍາໄລຄູສະຫວັນນະເຂດ ເປັນກຽດເຂົ້າຮ່ວມ ມີທັງ ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການຝ່າຍກິດຈະການນັກສຶກສາ, ທ່ານ ຈັນໂສພາ ພົມຫຼວງວິຊາ ຫົວໜ້າໂຮງງານປຸງແຕ່ງໄມ້ຫຼັກ 9 ເຊທ່າມວກ ພ້ອມຄະນະນັກກິລາ, ບັນດາທ່ານ ຫົວໜ້າຫ້ອງການ, ຄະນະຫ້ອງການ ພະນັກງານຄູອາຈານ, ນັກກິລາ ພ້ອມດ້ວຍແຮງຊົມແຮງເຊຍຈາກວິທະຍາໄລຄູສະຫວັນນເຂດ. ໂອກາດທຳອິດ ຕາງໜ້າມອບທຸງກິລາມິດຕະພາບ ມອບໂດຍ ທ່ານ ຄຳປະເສີດ ສີສຸວັນນະ ຫົວໜ້າໜ່ວຍງານກິດຈະກຳ ທັງເປັນຫົວໜ້າທີມນັກກິລາ ໃຫ້ກຽດມອບ, ທ່ານ ຈັນໂສພາ ພົມຫຼວງວິຊາ ຫົວໜ້າໂຮງງານປຸງແຕ່ງໄມ້ຫຼັກ 9 ເຊທ່າມວກ ໃຫ້ກຽດກ່າວມີຄຳເຫັນ ແລະ ມອບອຸປະກອນກິລາ ໃຫ້ວິທະຍາໄລຄູສະຫວັນນະເຂດໃນຈຳນວນມູນຄ່າ 1.800.000ກີບ ຕາງໜ້າຮັບ ໂດຍ ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການຝ່າຍກິດຈະການ. ໂອກາດມາ ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການຝ່າຍກິດຈະການຂຶ້ນມີຄຳເຫັນທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການສຶກສາຢາກໃຫ້ການສຶກສາມີຄຸນນະພາບຕ້ອງຄຽງຄູ່

ກັບການຊຸກຍູ້ສົ່ງເສີມທາງດ້ານວັດຖຸ ແລະ ຈິດໃຈ ຕອນທ້າຍທ່ານໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງທີ່ ທາງໂຮງງານປຸງແຕ່ງໄມ້ຫຼັກ 9 ເຊທ່າມວມໄດ້ໃຫ້ການຊ່ວຍເຫຼືອການສຶກສາຂອງວິທະຍາໄລຄູສະຫວັນນະເຂດໃນຄັ້ງນີ້ພ້ອມທັງໄດ້ມອບໃບສັນລະເສີນຂອງຜູ້ອຳນວຍການໃຫ້

ກັບທີມກິລາດັ່ງກ່າວຫຼັງຈາກນັ້ນເກມແຂ່ງຂັນກິລາ ໄດ້ເລີ່ມຕົ້ນຂຶ້ນໃນບັນຍາກາດທີ່ຄຶກຄື້ນ ຂອງທັງ 2 ຝ່າຍ ເຄິ່ງເວລາທີ 1 ປະກົດວ່າ ສະເໝີກັນ 0 ປະຕູຕໍ່ 0 ມາຮອດເຄີ່ງເວລາທີ 2 ໃນນາທີ ທີ່ 38 ທີມໂຮງງານປຸງແຕ່ງໄມ້ ຫຼັກ 9 ກໍ່ສາມາດຍິງປະຕູເປັນປະຕູທຳອິດໄດ້ຢ່າງສວຍງາມ ແລະ ຝ່າຍທີມ ວຄສ ກໍພະຍາມຍິງຫຼາຍຄັ້ງແຕ່ກໍ່ບໍ່ປະສົບຜົນສຳເລັດ ໃນທີ່ສຸດກຳມະການກໍ່ເປົ່າຫວີດໝົດເວລາການແຂ່ງຂັນໄປທ່າມກາງຮອຍຍິ້ມ

ທີ່ເປັນມິດຂອງນັກກິລາທັງ 2 ຝ່າຍ ແລະ ສຽງຊົມເຊຍຂອງນັກສຶກສາທາງຂອບເດີ່ນຢ່າງເບີກບານມ່ວຍຊື່ນ ສະຫຼຸບຜົນການແຂ່ງຂັນ ປະກົດວ່າ ທີມ ໂຮງງານປຸງແຕ່ງໄມ້ຫຼັກ 9 ເຊທ່າມວກ ເອົາຊະນະທີມ ວຄສ ໄດ້ 1 ປະຕູຕໍ່ 0

ຂ່າວໂດຍ : ສ.ເຊບັ້ງໄຟ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ