29/02/2012 12:00:00 am - ວຄສ ທັດສະນະສຶກສາ ທີ່ ສະຖານີວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ |
ກິດຈະກຳນັກສຶກສາ![]() ອີງຕາມແຜນການປັບປຸງຄຸນນະພາບຂອງວຽກພາຍໃນໜ່ວຍງານກິດຈະກຳ ຂອງການກິດຈະການນັກສຶກສາໂດຍສະເພາະແມ່ນວຽກງານຂ່າວສານ ເພື່ອເປັນບ່ອນອີງເຂົ້າໃນການປັບປຸງວຽກງານຂ່າວສານ ( ໂທລະໂຄ່ງ ) ສະນັ້ນ ; ໃນຕອນບ່າຍຂອງວັນທີ 28 ກຸມພາ 2012 ເວລາ 13 : 30 ນາທີ ທີມງານຂ່າວສານຂອງໜ່ວຍງານກິດຈະກຳ ໄດ້ລົງທັດສະນະສຶກສາ ທີ່ສະຖານີວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ໂດຍພາຍໃຕ້ການນຳພາ ຂອງ ທ່ານ ນ ຈັນສຸດາ ຈັນທິວົງ ຮອງຫົວໜ້າຫ້ອງການກິດຈະການນັກສຶກສາ, ທ່ານ ຄຳປະເສີດ ສີສຸວັນນະ ວ່າການຫົວໜ້າໜ່ວຍງານກິດຈະກຳ, ທ່ານ ໄລພອນ ພັນມະເຫສັກ ວ່າການຮອງຫົວໜ້າໜ່ວຍງານ ພ້ອມດ້ວຍສະມາຊິກຂ່າວສານ ທີ່ເຮັດໜ້າທີ ເກັບກຳຂ່າວ, ໂຄສົກໂທລະໂຄ່ງ ແລະ ເຕັກນິກ ຈຳນວນ 11 ຄົນ.ໃນໂອກາດທີ່ລົງທັດສະນະຖອດຖອນບົດຮຽນໃນຄັ້ງນີ້ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບການເຄື່ອນໄຫວພາລະບົດບາດຂອງສະຖານີວິທະຍຸ ແລະ ກ່າວຕ້ອນຮັບໂດຍ ທ່ານ ສີໂນທອງ ໄຊຍະບຸດ ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງ ສະຫວັນນະເຂດ ເຊິ່ງມີຫຼາຍບັນຫາ ທີ່ໄດ້ສ້າງຄວາມສົນໃຈໃຫ້ກັບສະມາຊິກຂ່າວສານໂດຍເພາະ : ການອອກອາກາດຂອງໂຄສົກສະຖານີວິທະຍຸ ທາງລະບົບ AMແລະ FM, ການເກັບກຳຂ່າວ, ຂຽນຂ່າວ ລວມທັງຮູບແບການຈັດລາຍການ ໃນນັ້ນ ທາງທີມງານໄດ້ມີການຊັກຖາມຫຼາຍບັນຫາ ເພື່ອມາປັບປຸງໃຫ້ເຂົ້າກັບວຽກງານຂ່າວສານໃຫ້ດີຂຶ້ນ ນອກຈາກຮັບຟັງພາກທິດສະດີແລ້ວ ຍັງໄດ້ມີໂອກາດ ສຳພັດກັບສະຖານທີ່ເຮັດວຽກ ປະກອບມີ ຫ້ອງສົ່ງອອກອາກາດ, ຫ້ອງຄວບຄຸມສຽງຂອງເຕັກນິກ, ການເຮັດວຽກຂອງບັນນາທິການຂ່າວ, ການອອກລາຍການສົດຂອງ ລາຍການ ພິເສດ ໃນການລົງທັດສະນະສຶກສາຄັ້ງນີ້ໂຄສົກໂທລະໂຄ່ງຂອງທີມງານຂ່າວສານ ໄດ້ຈັດລາຍການສົດຮ່ວມກັບໂຄສົກ ສະຖານີໃນຄື້ນ FM 100.75 MHz ໃນຕອນທ້າຍຂອງ ທ່ານ ນ ຈັນສຸດາ ຈັນທິວົງ ຮອງຫົວໜ້າຫ້ອງການກິດຈະການນັກສຶກສາ ຕາງໜ້າໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ກ່າວຂອບໃຈທີ່ທາງສະຖານີວິທະຍຸໄດ້ໃຫ້ຄວາມຮ່ວມມື ໃນການທັດສະນະສຶກສາຂອງພວກຂ້າພະເຈົ້າຄັ້ງນີ້ ໄດ້ບົດຮຽນຢ່າງຫຼວງຫຼາຍ ຖືວ່າເປັນເທື່ອທຳອິດ ແຕ່ບໍ່ໄດ້ໝາຍເຖິງຈະເປັນເທື່ອສຸດທ້າຍ ຍັງຈະໄດ້ສຶບຕໍ່ໃນຫຼາຍສົກຮຽນ ຕໍ່ໄປ ແລະ ສຸດທ້າຍໄດ້ມອບກະຕ່າຂອງຂວັນ ເຊິ່ງຮັບໂດຍ ທ່ານ ສີໂນທອງ ໄຊຍະບຸດ ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງ ສະຫວັນນະເຂດ ຈົນຮອດເວລາ 16 : 18 ນາທີການທັດສະນະສຶກສາຖອດຖອນບົດຮຽນກໍໄດ້ສິ້ນສຸດລົງໃນບັນຍາກາດຄວາມສົນໃຈຂອງຜູ້ເຂົ້າຮ່ວມທັງ 2 ຝ່າຍຢ່າງຈົບງາມ. |